Thursday, April 18, 2024
Lenovo

ລະວັງ! ອີກສອງເດືອນຕໍ່ໜ້າ ໄຂ້ຍຸງອາດລະບາດກວ່າເກົ່າ ທຸກພາກສ່ວນຕ້ອງປ້ອງກັນຮ່ວມກັນ!

ຈາກສະຖິຕິນັບແຕ່ທ້າຍປີ 2018 ມາຮອດເດືອນກໍລະກົດນີ້, ໃນຂອບເຂດທົ່ວປະເທດມີຜູ້ເປັນພະຍາດໄຂ້ຍຸງລາຍແລ້ວ 10,77 ພັນກໍລະນີ ແລະ ຕາຍແລ້ວ 25 ກໍ ລະນີຊຶ່ງຄາດວ່າໃນລະຫວ່າງເດືອນສິງຫາ, ກັນຍາທີ່ຈະມາເຖິງນີ້ພະຍາດດັ່ງກ່າວຍັງຈະສືບຕໍ່ເພີ່ມຫຼາຍຂຶ້ນຢູ່, ຫາກທົ່ວສັງຄົມບໍ່ເປັນເຈົ້າການຮ່ວມກັນໃນການປະຕິບັດ 5 ປໍແລະຖ້າຫາກຮູ້ວ່າເປັນໄຂ້ໃຫ້ເຂົ້າມາກວດທັນທີເພື່ອປ້ອງກັນບໍ່ໃຫ້ເຖິງຂັ້ນອັນຕະລາຍ.

ທ່ານ ຮສ ດຣ ວາລີ ແກ້ວຫຼວງໂຄດ ຫົວໜ້າພະແນກສູນຊຶມເຊື້ອພະຍາດເຂດຮ້ອນໂຮງໝໍມະໂຫສົດ, ທັງເປັນຮອງພາກວິຊາອະຍຸຣະສາດຄະນະແພດສາດໃຫ້ສຳພາດກັບສື່ມວນຊົນວັນທີ 4 ກໍລະ ກົດ 2019 ຮູ້ວ່າ:

ສະເພາະພະແນກສູນຊຶມເຊື້ອຂອງໂຮງໝໍມະໂຫສົດນັບແຕ່ກາງເດືອນພຶດສະພາເປັນຕົ້ນມາເຫັ ນວ່າຈຳນວນຕົວເລກຂອງຜູ້ເປັນພະຍາດໄຂ້ຍຸງລາຍມີທ່າອ່ຽງເພີ່ມຂຶ້ນເລື້ອຍໆໂດຍສະເພາະໃນເດືອນເມສາມີ 27 ຄົນ ແລະ ເດືອນພຶດສະພາມີ 60 ຄົນ, ແຕ່ພໍຮອດເດືອນມິຖຸນາມີເຖິງ 114 ຄົນ ທີ່ເປັນໄຂ້ຍຸງລາຍຊຶ່ງຈາກສະຖິຕິນັບແຕ່ ວັນທີ 28 ທັນວາ 2018 ມາຮອດວັນທີ 3 ກໍລະກົດ 2019 ທົ່ວປະ ເທດມີຜູ້ເປັນໄຂ້ຍຸງລາຍແລ້ວ 10,77 ພັນກໍລະນີ, ໃນນັ້ນຫຼາຍກວ່າໝູ່ແມ່ນແຂວງຈຳປາສັກມີແລ້ວ 2 ພັນກວ່າຄົນ, ຮອງມາແມ່ນນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ,ສາລະວັນ ແລະຄຳມ່ວນແຂວງລະ 1 ພັນກວ່າຄົນ ແລະ ເສຍຊີວິດແລ້ວ 25 ຄົນ, ແຕ່ສະເພາະໃນພະແນກສູນຊຶມເຊື້ອໄລຍະ 6 ເດື ອນຕົ້ນປີມານີ້ພົບຜູ້ເປັນໄຂ້ເລືອດອອກແລ້ວທັງໝົດ 251 ກໍລະ ນີ, ໃນນີ້ 63% ແມ່ນໄຂ້ຍຸງທີ່ມີອາການກຽມຮ້າຍແຮງ ແລະອີກ 11% ແມ່ນໄຂ້ຍຸງທີ່ຮ້າ ຍແຮງຊຶ່ງຖ້າທຽບກັບປີຜ່ານມາຖືວ່າເພີ່ມຂຶ້ນຫຼາຍສົມຄວນຈາກທີ່ເກັບກຳໄດ້ໝົດປີມີແຕ່ 382 ກໍລະນີ.

ຄືຮູ້ແລ້ວວ່າໂຮງໝໍມະໂຫສົດກໍຄືພະແນກພວມມີການສ້າງຕຶກໃໝ່ພາຍໃຕ້ການຮ່ວມມືຂອງສອງປະເທດລາວ-ຈີນ ຜ່ານໂຄງການໜຶ່ງແລວໜຶ່ງເສັ້ນທາງ ແລະນັບແຕ່ປີ 2018 ເປັນຕົ້ນມາບາງຕຶກຂອງພະແນກໄດ້ຖືກມ້າງເຮັດໃຫ້ທົ່ວພະແນກມີຕຽງຮອງຮັບຄົນເຈັບພຽງ 12 ຕຽງ, ແຕ່ຕົກມາໃນກາງເດືອນມິຖຸນາມານີ້ເຫັນວ່າຄົນເຈັບເພີ່ມຂຶ້ນຫຼາຍສະເລ່ຍ 30 ຄົນຕໍ່ມື້, ຈຶ່ງເຮັດໃຫ້ການຮອງຮັບຂອງພະແນກບໍ່ພຽງພໍກັບຄົນເຈັບ ແລະເພື່ອເປັນການແກ້ໄຂສະເພາະໜ້າ ພະແນກໄດ້ມີການຍ້າຍຄົນເຈັບເຂດນອກໄປຮັກສາຕໍ່ຢູ່ຫ້ອງປະຊຸມ ແລະສ່ວນໜຶ່ງແມ່ນລະດົມການຊ່ວຍເຫຼືອຈາກສັງຄົມຈຶ່ງມາໄດ້ຕຽງເພີ່ມອີກ 22 ຕຽງລວມກັນເປັນ 34 ຕຽງ ແລະຄົນເຈັບທີ່ເຂົ້າມາປິ່ນປົວຢູ່ພາຍໃນພະແນກປະມານ 80-90% ແມ່ນໄຂ້ຍຸງລາຍທີ່ມາຈາກບັນດາເມືອງຕ່າງໆ ແລະຮ້າຍແຮງກວ່າໝູ່ແມ່ນຢູ່ເມືອງໄຊທານີ ຊຶ່ງນອກຈາກໂຮງໝໍມະໂຫສົດແລ້ວບັນດາໂຮງໝໍໃຫຍ່ໆຄືໂຮງໝໍ 150 ຕຽງ ແລະ ໂຮງໝໍເສດຖາຄົນເຈັບທີ່ເປັນໄຂ້ຍຸງລາຍເກືອບຈະລົ້ນແລ້ວ ແລະຫາກວ່າທຸກພາກສ່ວນໃນສັງຄົມບໍ່ຊ່ວຍກັນປະຕິບັດ 5 ປໍ ໃຫ້ເຄັ່ງຂັດ, ຄາດວ່າອີກປະມານເດືອນ 8-9 ທີ່ຈະມາເຖິງນີ້ຈຳນວນຜູ້ເປັນໄຂ້ຍຸງລາຍອາດຈະເພີ່ມຫຼາຍຂຶ້ນອີກ.

ທ່ານ ຮສ ດຣ ວາລີ ແກ້ວຫຼວງໂຄດ ໃຫ້ຮູ້ອີກວ່າ: ປະຈຸບັນພະຍາດໄຂ້ຍຸງລາຍພວມມີການລະບາດຫຼາຍໃນທຸກແຂວງທົ່ວປະເທດ ແລະສະເພາະໃນພະແນກສູນຊຶມເຊື້ອແມ່ນໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ສິດກັບຄົນໄຂ້ທີ່ເປັນໄຂ້ຍຸງລາຍເພື່ອເຮັດແນວໃດບໍ່ໃຫ້ຄົນເຈັບເຖິງຂັ້ນຮ້າຍແຮງແກ່ຊີວິດ ແລະ ສິ່ງທີ່ເຮັດໄດ້ດຽວນີ້ແມ່ນຈັດເວນຍາມ 24 ຊົ່ວໂມງເພື່ອຕິດຕາມອາການຂອງຄົນເຈັບ, ແຕ່ເນື່ອງຈາກວ່າພະນັກງານແພດໝໍມີນ້ອຍອາດບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ, ສະນັ້ນເພື່ອບໍ່ໃຫ້ພະຍາດດັ່ງກ່າວມີຈຳນວນເພີ່ມຂຶ້ນຈຶ່ງຢາກຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງເປັນເຈົ້າການໃນການປະຕິບັດ 5ປໍ ຢ່າງເຄັ່ງຂັດ, ພ້ອມດຽວກັນນັ້ນຫາກພົບວ່າຕົນເອງ ຫຼື ຄົນໃນຄອບຄົວເປັນໄຂ້ໃຫ້ຮີບຟ້າວໄປກວດຢູ່ໂຮງໝໍ ຫຼື ສຸກສາລາທີ່ໃກ້ບ້ານ, ທັງນີ້ກໍເພື່ອເປັນການຢັບຢັ້ງບໍ່ໃຫ້ໄຂ້ດັ່ງກ່າວໄປເຖິງຂັ້ນອັນຕະລາຍ ແລະທີ່ສຳຄັນຮູ້ວ່າເປັນໄຂ້ບໍ່ຄວນໄປຊື້ຢາມາກິນເອງ, ນອກຈາກພະຍາດໄຂ້ຍຸງລາຍຈະລະບາດໃນຊ່ວງລະດູຝົນນີ້ແລ້ວຍັງຈະມີອີກຫຼາຍໆພະຍາດຕາມມາເປັນຕົ້ນແມ່ນພະຍາດຖອດທ້ອງ, ອັກ ເສບປອດ, ອັກເສບລະບົບຫາຍໃຈ, ໄຂ້ຍ່ຽວໜູ,ໄຂ້ມາເລເລຍ,ໄຂ້ທໍລະພິດ, ຊຶມເຊື້ອເລືອດ, ພະຍາດໄຂ້ແມງມັດແມງແດງ ແລະພະຍາດອື່ນໆທີ່ຈະມາຕາມນຳອີກດ້ວຍ.

ຂຽນໂດຍ: ພິມພອນ

ພາບ ແລະຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·