Sunday, October 12, 2025
Kbank Laos โอน รับ จ่าย

ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ໃຫ້ທັນສະໄໝ ແລະ ມີປະສິດທິຜົນ

ທ່ານ ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 7 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ດຳ­ເນີນ​ຢູ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ກ່ຽວ­ຂ້ອງ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ (ສສຊ) ປະ­ຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ. 

ທ່ານ ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ສະ­ເໜີ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ປ່າ­ໄມ້ (ສະ­ບັບ​ປັບ­ປຸງ) ວ່າ:

ກົດ­ໝາຍ​ວ່າ​ດ້ວຍ​ປ່າ­ໄມ້ ໄດ້​ຖືກ​ຮັບ­ຮອງ ແລະ ປະ­ກາດ​ນຳ​ໃຊ້​ໃນ​ປີ 2007 ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໄລ­ຍະ​ຜ່ານ​ມາ ກົດ­ໝາຍ​ສະ­ບັບ​ນີ້ ໄດ້​ເປັນ​ເຄື່ອງ­ມື​ມະ­ຫາ​ພາກ ເປັນ​ນິ­ຕິ​ກຳ​ພື້ນ­ຖານ​ສຳ­ລັບ​ການ​ຄຸ້ມ​ຄອງ ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປ່າ­ໄມ້ ຄຽງ​ຄູ່​ກັນ​ນີ້​ກົດ­ໝາຍ​ດັ່ງ­ກ່າວ ຍັງ​ມີ​ຫຼາຍ​ດ້ານ​ບໍ່​ທັນ​ສອດ­ຄ່ອງ​ກັບ​ຄວາມ​ຕ້ອງ­ການ​ຂອງ​ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກ­ສາ ພັດ­ທະ­ນາ ສົ່ງ­ເສີມ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ຢ່າງ​ຫ້າວ­ຫັນ ແລະ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ບໍ່​ທັນ​ສອດ­ຄ່ອງ​ກັບ​ການ​ຮ່ວມ​ມື​ກັບ​ສາ­ກົນ​ໃນ​ໄລ­ຍະ​ໃໝ່.

ເຊິ່ງ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ປ່າ­ໄມ້​ສະ­ບັບ​ເກົ່າ ປະ­ກອບ​ມີ 12 ພາກ 13 ໝວດ 130 ມາດ­ຕາ ສຳ­ລັບ​ຮ່າງ​ສະ­ບັບ​ປັບ­ປຸງ ມີ 15 ພາກ 16 ໝວດ 175 ມາດ­ຕາ ໃນ​ນີ້ ປັບ­ປຸງ 90 ມາດ­ຕາ ເພີ່ມ​ໃໝ່ 56 ມາດ­ຕາ ຮັກ­ສາ​ໄວ້ 29 ມາດ­ຕາ ເຫດ­ຜົນ ແລະ ຄວາມ​ຈຳ­ເປັນ​ໃນ​ການ​ປັບ­ປຸງ.

ເພື່ອ​ຫັນ­ປ່ຽນ​ໄປ​ສູ່​ການ​ຄຸ້ມ​ຄອງ ປົກ​ປັກ​ຮັກ­ສາ ແລະ ສົ່ງ­ເສີມ​ການ​ປູກ​ໄມ້​ເປັນ­ຕົ້ນ​ຕໍ ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ​ໃນ​ໄລ­ຍະ​ໃໝ່ ຕາມ​ທິດ​ການ​ພັດ­ທະ­ນາ​ສີ­ຂຽວ ແລະ ຍືນ​ຍົງ ຕິດ​ພັນ​ກັບ​ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແກ້​ໄຂ​ຄວາມ­ທຸກ​ຍາກ​ຕາມ​ທິດ 3 ສ້າງ ແລະ ສອດ­ຄ່ອງ​ກັບ​ສົນ­ທິ­ສັນ­ຍາ​ສາ­ກົນ ທີ່​ລາວ​ເປັນ​ພາ­ຄີ.

ພາຍ­ຫຼັງ​ປະ­ທານ​ກອງ​ປະ­ຊຸມ ໄດ້​ມີ​ຄຳ​ຖາມ​ເຈາະ​ຈີ້ມ ສສຊ ກໍ​ໄດ້​ຜັດ­ປ່ຽນ​ກັນ​ປະ­ກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ໃສ່​ຮ່າງ​ກົດ­ໝາຍ​ດັ່ງ­ກ່າວ ໂດຍ​ສະ­ເພາະ ກຳ­ມະ­ສິດ​ກ່ຽວ​ກັບ​ປ່າ­ໄມ້ທີ່​ດິນ​ປ່າ­ໄມ້ ຍຸດ​ທະ​ສາດ​ປ່າ ແລະ ການ​ສົ່ງ­ເສີມ​ການ​ປູກ​ປ່າ­ໄມ້​ຂອງ​ລັດ ທີ່​ກຳ­ນົດ​ຢູ່​ໃນ​ບາງ​ພາກ ໝວດ ແລະ ມາດ­ຕາ ທີ່​ມີ​ຄວາມ​ຈຳ­ເປັນ​ຕ້ອງ​ໄດ້​ມີ​ການ​ປັບ­ປຸງ​ເນື້ອ​ໃນ​ໃຫ້​ມີ​ຄວາມ​ຖືກ­ຕ້ອງ​ສອດ­ຄ່ອງ ແລະ ມີ​ຄວາມ​ຮັດ­ກຸມ ຄົບ​ຖ້ວນ ແລະ ສົມ­ບູນ​ຂຶ້ນ.

ໃນ​ນີ້ ທ່ານ ສົມ​ໃຈ ເພັດ​ສີ​ນວນ ສສຊ ເຂດ​ເລືອກ​ຕັ້ງ​ທີ 12 ແຂວງ​ຄຳ​ມ່ວນ ໄດ້​ມີ​ຄຳ​ເຫັນ​ຕໍ່​ມາດ­ຕາ 24 ໂດຍ​ສະ­ເພາະ ກຳ­ນົດ​ກ່ຽວ​ກັບ​ການ​ສຳ​ຫຼວດ ເພື່ອ​ຂຸດ​ຄົ້ນ​ໃນ​ເຂດ​ຫັນ­ປ່ຽນ​ທີ່​ດິນ​ປ່າ­ໄມ້ ໄດ້​ສະ­ເໜີ​ໃຫ້​ຕື່ມ​ຊື່​ຂອງ​ປະ­ເພດ​ປ່າ­ໄມ້​ເຊັ່ນ:

ປ່າ​ຜະ­ລິດ ປ່າ​ຊົມ­ໃຊ້ ແລະ ປ່າ​ປະ­ເພດ​ອື່ນໆ ໃຫ້​ມີ​ການ​ກຳ­ນົດ​ຈະ­ແຈ້ງ ມາດ­ຕາ 62 ການ​ຊົມ­ໃຊ້​ປ່າ­ໄມ້​ໃນ​ເຂດ​ທ້ອງ­ຖິ່ນ​ບ້ານ ສະ­ເໜີ​ໃຫ້​ຂຽນ​ໃສ່​ຕື່ມ​ບາງ​ຄຳ​ສັບ​ໃນ​ການ​ກຳ­ນົດ​ນຳ​ໃຊ້​ໄມ້ ເພື່ອ​ປະ­ໂຫຍດ​ຕ່າງໆ​ເຊັ່ນ: 

ການ​ສ້າງ​ວັດ ສ້າງ​ຂົວ ແລະ ການ​ນຳ​ໃຊ້​ສ້າງ​ເຮືອນ ທ່ານ ບຸນ​ໄທ ສີ​ເທບ ສສຊ ເຂດ​ເລືອກ​ຕັ້ງ​ທີ 7 ແຂວງ​ໄຊ​ຍະ​ບູ​ລີ ໄດ້​ປະ­ກອບ​ຄຳ​ເຫັນ​ໃສ່​ມາດ­ຕາ 81 45 48 52 ແລະ 53 ສະ­ເພາະ​ມາດ­ຕາ 48 ການ​ປົກ​ປັກ​ຮັກ­ສາ​ປ່າ​ສະ­ຫງວນ ທ່ານ​ໄດ້​ສະ­ເໜີ​ໃຫ້​ປະ­ຊາ­ຊົນ​ທີ່­ຢູ່​ຕິດ​ເຂດ​ປ່າ​ສະ­ຫງວນ ຄວນ​ກຳ­ນົດ​ລະ­ອຽດ​ກ່ຽວ​ກັບ​ການ​ມີ​ສ່ວນ​ຮ່ວມ​ການ​ປົກ​ປັກ​ຮັກ­ສາ ແລະ ປະ­ຊາ­ຊົນ​ຢູ່​ເຂດ​ນັ້ນ ຈະ​ນຳ​ໃຊ້​ໄມ້ ຫຼື​ເນື້ອ­ທີ່​ປ່າ­ໄມ້​ໃນ​ຮູບ​ການ​ໃດ ສະ­ເໜີ​ໃຫ້​ຂຽນ​ກຳ­ນົດ​ເພີ່ມ​ຕື່ມ​ຢ່າງ​ລະ­ອຽດ ແລະ ຂໍ້​ກຳ­ນົດ​ໃນ​ການ​ມີ​ສ່ວນ​ຮ່ວມ​ສະ­ກັດ​ກັ້ນ​ໄຟ​ໄໝ້​ລາມ​ປ່າ ເພາະ​ໃນ​ຮ່າງ​ກົດ­ໝາຍ​ຍັງ​ຂຽນ​ໜ້ອຍ​ບໍ່​ທັນ​ຮັດ­ກຸມ​ເທົ່າ​ທີ່​ຄວນ.

ຕ້ອງ​ມີ​ມາດ​ຕະ­ການ​ເດັດ­ຂາດ​ຕໍ່​ບຸກ­ຄົນ​ຈູດ​ປ່າ ແລະ ຕ້ອງ​ໃຫ້​ມວນ​ຊົນ​ຮ່ວມ​ກັນ​ໃນ​ການ​ສະ­ກັດ​ກັ້ນ ແລະ ອື່ນໆ ຈາກ​ນັ້ນ ກໍ​ໄດ້​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ເອົາ​ຮ່າງ​ກົດ­ໝາຍ​ວ່າ​ດ້ວຍ​ປ່າ­ໄມ້​ສະ­ບັບ​ປັບ­ປຸງ ດ້ວຍ​ຄະ­ແນນ​ສຽງ​ສ່ວນ​ຫຼາຍ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.