ຊົນເຜົ່າລື້ ແມ່ນຊົນເຜົ່າໜຶ່ງໃນ 49 ຊົນເຜົ່າ ແລະແມ່ນໜຶ່ງໃນ 8 ຊົນເຜົ່າທີ່ໃຊ້ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຕົວມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫຼາຍ.

ແຕ່ເຖິງຢ່າງໃດກໍຕາມ ຊົນເຜົ່າລື້ຖືວ່າແມ່ນຊົນເຜົ່າໜຶ່ງທີ່ມີຮາກຖານຄວາມເຊື່ອ ແລະຮີດຄອງປະເພນີທີ່ແໜ້ນໜາ ເຊິ່ງສ່ວນຫລາຍແມ່ນຕິດພັນກັບສາສະໜາພຸດເປັນຕົ້ນຕໍ.

ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງຕົນເອງ.

ເວົ້າກັນວ່າ ບັນພະບູລຸດ ຂອງຊົນເຜົ່າລື້ ມາຈາກສິບສອງພັນນາ ເຊິ່ງໄດ້ຍ້າຍມາຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ.

ຮີດ 12 ຂອງຊົນເຜົ່າລື້ມີລັກສະນະແຕກຕ່າງໄປຈາກຮີດ 12 ຂອງລາວທັງທາງດ້ານຊື່ຂອງບຸນ ແລະພິທີກໍາພິທີການກໍແຕກຕ່າງກັນໄປ.

ການນັບເດືອນຂອງຊົນເຜົ່າລື້ ຈະນັບໄປກ່ອນໜ້າເດືອນລາວໜຶ່ງເດືອນ ໝາຍຄວາມວ່າຫາກເດືອນລາວແມ່ນເດືອນສີ່ ກໍຈະເປັນເດືອນຫ້າສໍາລັບຊົນເຜົ່າລື້ ເຊິ່ງມີຊື່ການເຮັດບຸນໃນ 12 ເດືອນດັ່ງນີ້.

1. ເດືອນຈຽງ ບຸນກອງຫຼົວ(ກອງໂຫຼ)
2. ເດືອນຍີ່ ບຸນເຂົ້າລົ້ນບາດ.
3. ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ຂວັນເຂົ້າ)
4. ເດືອນ 4 ບຸນທານທຳຫຼວງ (ບຸນພຣະເວດ)
5. ເດືອນ 5 ບຸນທານກາງບ້ານ ,ບຸນຂຶ້ນທາດ
6. ເດືອນ 6 ບຸນປີໃໝ່ 
7. ເດືອນ 7 ບຸນບວດພຣະ
8. ເດືອນ 8 ບຸນລ້ຽງຜີຕາແຮກ
9. ເດືອນ 9 ບຸນເຂົ້າພັນສາ
10. ເດືອນ 10 ບຸນເຂົ້າສະຫຼາກ 25(ບຸນເຂົ້າປະດັບດິນ)
11. ເດືອນ 11 ບຸນເຂົ້າສະຫຼາກ
12. ເດືອນ 12 ບຸນອອກພັນສາ

1) ເດືອນຈຽງ (ເດືອນ 1) : ບຸນກອງຫຼົວ(ກອງໂຫຼ).

ບຸນກອງຫຼົວ ແມ່ນບຸນປະເພນີປະຈໍາເດືອນໜຶ່ງຂອງຊົນເຜົ່າລື້ທີ່ຍັງຄົງໄດ້ຮັບການປະຕິບັດສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫຼົວໝາຍເຖິງຟືນຫຼືໄມ້ທີ່ຈະນໍາມາເຮັດຟືນແຕ່ຄໍາວ່າຫຼົວໃນບຸນປະຈໍາເດືອນຈຽງຂອງຊົນເຜົ່າລື້ນີ້ກໍມີຄວາມຄ້າຍຄືກັນເນື່ອງຈາກວ່າເປັນການນໍາໄມ້ມາຈູດໂຮມກັນ.

ຈຸດປະສົງຂອງການເຮັດບຸນກອງຫຼົວ ກໍເພື່ອເປັນການເສຍເຄາະເສຍເຂັນເນື່ອງຈາກຈະກ້າວເຂົ້າສູ່ປີໃຫມ່ຟ້າໃຫມ່ແລ້ວ ຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ ສັບພະໂສກສັບພະໂລກ ສັບພະໄພທັງມວນໃຫ້ຕົກໄປນໍາໄຟໄຫຼໄປນໍານໍ້າ ຕົກໄປນຳປີເກົ່າ ລ່ວງໄປນຳປີຫຼັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.

ວິທີເຮັດບຸນກອງຫຼົວພໍເຖິງມື້ທີ່ທາງຄະນະບ້ານຕົກລົງກັນແລ້ວທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ພໍຂະໜາດທີ່ພໍຈະສາມາດຂຽນໜັງສືໃສ່ໄດ້ຫຼັງຈາກນັ້ນກໍນໍາໄມ້ນັ້ນມາຂຽນຊື່ນາມສະກຸນ ແລະຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນຕ້ອງມີຄວາມຍາວຄ່າວາຂອງເຈົ້າຂອງ.ນອກຈາກນັ້ນ,ໄມ້ໜຶ່ງລໍາຍັງເປັນຕົວແທນຂອງຄົນຄົນໜຶ່ງໝາຍຄວາມວ່າເມື່ອຄອບຄົວມີເທົ່າໃດຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ.

ບໍ່ພຽງແຕ່ເທົ່ານັ້ນໄມ້ຍັງເປັນຕົວແທນຂອງວັດຖຸສິ່ງຂອງແລະສັດສາວາສິ່ງອີກດ້ວຍໝາຍຄວາມວ່ານອກຈາກຈະເປັນການເສຍເຄາະແກ່ຄົນແລ້ວບຸກຄົນໃດຢາກເສຍເຄາະໃຫ້ສັດລ້ຽງຂອງຕົນເອງຫຼືວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມຈໍານວນທີ່ຕ້ອງການຈາກນັ້ນນໍາໄປຂຽນອາດຈະຂຽນເອງເປັນອັກສອນລາວ ຫຼືຈະຫາຜູ້ທີ່ຂຽນອັກສອນທໍາໄດ້ກໍຍິ່ງດີໂດຍມີຄວາມເວົ້າດັ່ງນີ້.

“ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນຕຸເອວັງໂຫນຕຸ, ໝາຍມີຊື່ວ່າ(ອອກຊື່ນາມສະກຸນເຈົ້າຂອງ)ຈິປູຊາຫື້ຫາຍພະຍາທິໂລກາທັງຫຼາຍຕ່າງໆອົມສະວະຫະສິວິ”

ພໍເຖິງມື້ບຸນໃນຕອນເຊົ້າປະຊາຊົນຈະພ້ອມກັນເຂົ້າໄປວັດເພື່ອຕັກບາດຢາດນໍ້າຖວາຍທານ.

ພໍຕົກແລງຈະມີຂະບວນແຫ່ໄມ້ດັ່ງກ່າວນັ້ນໄປກອງກັນໄວ້ເປັນກອງສີ່ຫຼ່ຽມໂດຍການຕັ້ງເສົາຫຼັກໄວ້ສີ່ເສົາເປັນສີ່ຫຼ່ຽມແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້ຈາກນັ້ນພະສົງຈະມີການສູດມຸງຄຸນ ແລະເສຍເຄາະແລ້ວຈຶ່ງພາກັນຈູດກອງຫຼົວທີ່ກອງກັນຢູ່ນັ້ນກໍເປັນອັນວ່າຈົບພິທີ.


#ສັງລວມໂດຍ:ພຣະ ບຸນທະວີ ກົມພະພັນ.
#ໝາຍເຫດ: ປະເພນີຂອງເຜົ່າລື້ບາງທ້ອງຖິ່ນອາດມີພິທີກຳແຕກຕ່າງກັນໄປເລັກນ້ອຍ ສາມາດແລກປ່ຽນຄຳຄິດຄຳເຫັນນຳກັນໄດ້.
#ຮູບພາບ: ກອງຫຼົວທີ່ປະຊາຊົນບ້ານນາຍາງເມືອງນ້ຳບາກ ແຂວງຫຼວງພະບາງນໍາມາກອງກັນໄວ້.

LEAVE A REPLY

Please enter your comment!
Please enter your name here