ຄວາມຮັກເປັນສິ່ງທີ່ສວຍງາມສາມາດເຮັດໃຫ້ຄົນເຮົາມີກຳລັງກາຍ-ໃຈ ມີຄວາມຜູກພັນມີຄວາມສາມັກຄີມີຮອຍຍິ້ມ ເສຍຫົວ ແລະມີຄວາມສຸກ. ພ້ອມດຽວກັນນັ້ນ, ກໍເຮັດໃຫ້ຄົນເຮົາໂສກເສົ້າ ຫງ່ວມເຫງົາ ຮ້ອງໄຫ້ ລໍາພັນ ນອນບໍ່ຫຼັບ ຮ້າຍແຮງໄປກວ່ານັ້ນກໍພາໃຫ້ຄົນເຮົາຈົບຊີວິດຂອງຕົນເອງລົງໄດ້ດັ່ງສະແດງອອກໃນວັນນະຄະດີບູຮານລາວ. ໂອ!!ຄວາມຮັກໜໍຄວາມຮັກ!.

ໂສກນາດຕະກຳຂອງຄວາມຮັກໃນວັນນະຄະດີແມ່ນຮູບພາບຂອງຄວາມຮັກທີ່ບໍ່ສົມຫວັງດ້ວຍອຸປະສັກນານັບປະການອັນໄດ້ພາໃຫ້ຕົວລະຄອນຕ້ອງມາຈົບຊີວິດຂອງຕົນເພື່ອນ້ອມຖວາຍບູຊາຄວາມຮັກຈົນກາຍມາເປັນຕຳນານເລົ່າຂານເທົ້າທຸກວັນ ເຊິ່ງຈະຂໍຍົກເອົາຂຶ້ນມາສະແດງສີ່ເລື່ອງດັ່ງນີ້.

ຂຸນລູນາງອົ້ວ: ເປັນໂສກນາດຕະກຳແຫ່ງຄວາມຮັກທີ່ບໍ່ສົມຫວັງກາຍເປັນທີ່ມາຂອງຄຳວ່າ” ຄວາມຮັກອຳມະຕະ” ລະຫວ່າງຊຸນລູ ແລະນາງອົ້ວ. ຄຳຫມັ້ນສັນຍາທີ່ມີໄວ້ແຕ່ກ່ອນຈະເກີດລະຫວ່າງແມ່ຂຸນລູ ແລະແມ່ນາງອົ້ວໄດ້ຖືກອຳນາດເງິນຕາຂອງຂຸນລາງໄດ້ສ້າງຄວາມໂລບມາກໂລພາໃຫ້ແມ່ນາງອົ້ວຈົນຝ່າຝືນຄຳສັນຍາທີ່ມີມາແຕ່ກ່ອນແລ້ວຍົກນາງອົ້ວໃຫ້ຂຸນລາງໄປຢ່າງຫນ້າດ້ານເມື່ອຄວາມຮັກຖືກກຳແພງເງິນກີດກັ້ນແລະມີແມ່ເປັນກຳບັງຫົນທາງອອກມີພຽງການແຫກກົດປະເພນີຂອງນາງອົ້ວແລະຂຸນລູຄືການຈົບຊີວິດຕົນເອງໂດຍນາງອົ້ວເລືອກການແຂວນຄໍຕາຍທີ່ຕົ້ນຈວງແລະຂຸນລູເລືອກແທງຄໍຕົນເອງຕາຍແລ້ວພາກັນຂຶ້ນໄປຄອງຮັກຢ່າງນິລັນດອນເທິງສະຫວັນເປັນທີ່ມາຂອງດອກນາງອົ້ວແລະດອກຂຸນລູ.

ບາຈຽງມະໂລງ: (ເລື່ອງນີ້ມີຫຼາຍຄົນເລົ່າບໍ່ຄືກັນແລະທີ່ຈະເລົ່າຕໍ່ໄປນີ້ກໍແມ່ນຫນຶ່ງໃນຫຼາຍໆແບບທີ່ຖືກເລົ່າມາແລ້ວ) ຄວາມຮັກຂອງທັງສອງເກີດຂຶ້ນຈາກຄຳຫມັ້ນສັນຍາແຕ່ກ່ອນບໍ່ທັນຈະເກີດອັນເນື່ອງມາຈາກບຸນຄຸນແລະຄວາມຮັກແພງຂອງເສດຖີໂອລານແລະນາຍພານປ່າທີ່ເຄີຍໄດ້ຊ່ວຍຊີວິດເສດຖີໄວ້ດ້ວຍຄວາມຮູ້ບຸນຄຸນຈຶ່ງມີຄຳຫມັ້ນສັນຍາກັນວ່າຫາກລູກຂອງທັງສອງມືນຕາມາເບິ່ງໂລກເປັນຊາຍຫລືຍິງທັງໝົດຈະໃຫ້ເປັນອ້າຍນ້ອງຮັກແພງກັນແຕ່ຖ້າເປັນຊາຍແລະຍິງຈະໃຫ້ສົມສູ່ຢູ່ດ້ວຍກັນແລະແລ້ວທັງສອງກໍມີລູກອອກມາຝ່າຍເສດຖີໂອລານມີລູກຍິງໃສ່ຊື່ວ່າ”ມະໂລງ“ຝ່າຍນາຍພານມີລູກຊາຍຊື່ວ່າ “ບາຈຽງ” ແຕ່ແລ້ວຄວາມຮັກຂອງບາຈຽງແລະມະໂລງກໍຖືກອຳນາດເງິນຕາຂອງທ້າວຈາມປາແຫ່ງເມືອງຈຳປາສັກມາທຳຮ້າຍຈົນຂາດສະບັ້ນເມື່ອເສດຖີໂອລານລືມຄຳສັນຍາແລ້ວຫັ້ນມາເອົາຄ່າດອງທີ່ສູງເປັນຫຼັກໄຊແຫ່ງການແຂ່ງຂັນປະຊັນສີມີ ສະຕິປັນຍາແລະຖານະຕຳແໜ່ງລະຫວ່າງບາຈຽງແລະທ້າວຈຳປາ ແລະມີເສດຖີໂອລານເປັນຄົນຄຸມເກມຄ້າຍຄົນຈັບເວລາຂອງນັກໂມຍທີ່ຄອຍເຂົ້າຂ້າງທ້າວຈາມປາຈົນເຮັດໃຫ້ບາຈຽງແລະນາງມະໂລງຍອມຖວາຍຊີວິດຂອງຕົນເອງບູຊາຄວາມຮັກແລະເປັນທີ່ມາຂອງຄວາມຮັກອຳມະຕະທີ່ຄອງຄູ່ກັນເທິງສະຫວັນຢ່າງນິລັນດອນ ຮ່າງຂອງທັງສອງໄດ້ກາຍມາເປັນພູບາຈຽງມະໂລງຈົນເທົ້າທຸກວັນນີ້ເພື່ອເຕືອນສະຕິຜູ້ຄົນບໍ່ໃຫ້ໂສກນາດຕະກຳອັນແສນເສົ້ານັ້ນເກີດຂຶ້ນກັບໃຜອີກ.

ພຸດທະເສນກັງຮີ: ເມື່ອຄວາມຂັດແຍ່ງເກີດຂຶ້ນຢູ່ໃນໃຈພາໃຫ້ຈຳຕ້ອງເລືອກທາງໃດຫນຶ່ງຂອງທ້າວພຸດທະເສນລະຫວ່າງຄວາມກະຕັນຍູໃນການນຳດວງຕາຂອງນາງສິບສອງອັນເປັນແມ່ ແລະປ້າທີ່ຖືກນາງຍັກສານຕາ(ບາງສະບັບວ່າສູນທະລາ) ຄວັດອອກແລ້ວເອົາໄປໄວ້ເມືອງໄວຍະລັບປະອັນເປັນເມືອງຍັກກັບຄືນໄປ ແລະຄວາມຮັກທີ່ມີຕໍ່ນາງກັງຮີຍິງສາວຜູ້ຮັກດຽວໃຈດຽວຮັກແທ້ຮັກຈິງຍອມໄດ້ທຸກສິ່ງຢ່າງມອບຖວາຍທຸກແນວແຕ່ແລ້ວກໍຕ້ອງມາຈົບຊີວິດລົງເພາະຄວາມເຫຼືອອົກເຫຼືອໃຈ ທີ່ຄວາມຮັກຄວາມບໍລິສຸດໃຈຂອງຕົນ ທີ່ມອບໃຫ້ຄົນຮັກນັ້ນຖືກທຳລາຍລົງດ້ວຍການຫຼອກລວງ ແລະຈາກໄປຂອງທ້າວພຸດທະເສນແລະຝ່າຍທ້າວພຸດທະເສນທີ່ຈຳໃຈຕ້ອງຫຼອກລວງຄົນຮັກເພື່ອຕອບແທນບຸນຄຸນຂອງພໍ່ແມ່ຈຳຕ້ອງຫຼອກລວງເອົາດວງຕາ, ກົງໃຈຍັກສານຕາແລະສາລະພັດຂອງວິເສດແລ້ວລັກຫນີມາຢ່າງຈຳໃຈແລະພາຍຫລັງພາລະກິດສຳເລັດກໍຟ້າວກັບໄປຫາຄົນຮັກແຕ່ກໍສວາຍເກີນໄປຮ່າງອັນໄຮ້ວິນຍານຂອງນາງກັງຮີໄດ້ເຮັດໃຫ້ພຸດທະເສນເຫຼືອໃຈກິນແຫນງໃຈຈົນຫມົດລົມຫາຍໃຈລົງໃນທີ່ນັ້ນຮ່າງທັງສອງໄດ້ກາຍມາເປັນພູທ້າວພູນາງຈົນເທົ້າເປັນຈຸບັນນີ້.

ຜາແດງນາງໄອ່: ຄວາມຮັກທີ່ຖືກເວນກຳແຕ່ອະດີດຊາດມາກຳນົດໃຫ້ເປັນໄປຢ່າງບໍ່ມີເງື່ອນໄຂເມື່ອທ້າວພັງຄີພະຍານາກທີ່ເຄີຍເປັນຜົວຂອງນາງໄອ່ໃນອະດີດແລະທ້າວຜາແດງທີ່ເປັນຄົນຮັກໃນປັດຈຸບັນທັງສອງຄົນຕ່າງກໍໝາຍປອງຈ້ອງຕານາງໄອ່ເພື່ອໃຫ້ໄດ້ມາເປັນຄູ່ຊີວິດ.

ໃນເວລານັ້ນພະຍາຂອມທີ່ເປັນພໍ່ນາງໄອ່ໄດ້ກຳນົດເອົາການແຂ່ງບັ້ງໄຟເປັນເດີມພັນໃນການຄັດເລືອກລູກເຂີຍຂອງຕົນຝ່າຍທ້າວຜາແດງກໍໄດ້ເຂົ້າຮ່ວມແຕ່ການແຂ່ງໃນຄັ້ງນັ້ນ ປາກົດວ່າບໍ່ໄດ້ເຮັດໃຫ້ທ້າງຜາແດງສົມຫວັງແຕ່ຢ່າງໃດ ເມື່ອຄວາມຮັກຂອງນາງໄອ່ຕ້ອງມາກຳນົດເວນເວນເກົ່າ ຄືທ້າວພັງຄີໄດ້ແປງກາຍມາເປັນກະຮອກດ່ອນເພື່ອສ່ອງຊອມຈ້ອງມອງນາງໄອ່ຄົນຮັກເກົ່າຢ່າງບໍ່ໃຫ້ຄາດສາຍຕາເມື່ອນາງໄອ່ເຫັນ ຈຶ່ງສັ່ງໃຫ້ຈັບແຕ່ຈັບແນວໃດກໍບໍ່ໄດ້ຈຶ່ງສັ່ງໃຫ້ຈັບຕາຍ ແລະແລ້ວກຳຂອງທ້າວພັງຄີກໍມາເຖິງເມື່ອຖືກລູກທະນູພິດຂອງນາຍພານເຊິ່ງກ່ອນຕາຍໄດ້ອະຖິຖານຂໍໃຫ້ຊີ້ນຂອງຕົນເພີ່ມທະວີຈົນຄົນສາມາດຢາຍກັນໄປໃນທົ່ວເມືອງແລ້ວກໍເປັນດັ່ງນັ້ນແທ້ຝ່າຍພະຍານາກສີສຸດໂທເມື່ອຮູ້ຂ່າວຈຶ່ງສັ່ງຂະບວນມາທະຖົ່ມເມືອງພະຍາຂອງ(ຫນອງຫານ)ເຮັດໃຫ້ຜູ້ຄົນລົ້ມຕາຍຝ່າຍທ້າວຜາແດງຮູ້ກໍພານາງໄອ່ຂີ່ມ້າຫນີແຕ່ເວນເກົ່າມາພົບພາໃຫ້ນາງໄອ່ຕົກມ້າຕາຍສ່ວນທ້າວຜາແດງກັບເມືອງແລ້ວກໍໂສກເສົ້າຈົນຜອມໂຊແລ້ວຕອມໃຈຕາຍ.

ນັ້ນຄືໂສກນາດຕະກຳແຫ່ງຄວາມຮັກທີ່ໄດ້ຮັບການຖ່າຍທອດອອກມາຜ່ານວັນນະຄະດີຕຳນານແລະນິທານເຊິ່ງມັນໄດ້ເປັນບົດຮຽນເປັນຄະຕິສອນໃຈໃຫ້ຄູບ່າວສາວພໍ່ແມ່ຜູ້ປົກຄອງໄດ້ຫັນມາສຳນຶກຄວາມຄຶດພຶດຕິກຳຂອງຕົນເອງອີກໃຫມ່ເພື່ອບໍ່ໃຫ້ອຳນາດເງິນ, ຄວາມຫຼົງຜິດ, ຄວາມຕັນຫາແລະຄວາມອາຄາດບາດແຄ້ນມາເປັນຕົວກຳນົດການຕັດສິນໃຈເຮັດສິ່ງໃດໜຶ່ງລົງໄປ ແລະຍັງເປັນບົດຮຽນແກ່ຜູ້ຫນຸ່ມນ້ອຍໃຫ້ມີຄງາມຮັກອັນບໍລິສຸດຊື່ສັດພັກດີແລະຮັກດຽວໃຈດຽວຕໍ່ກັນຈຶ່ງຈັກໄດ້ສຳຜັດກັບລົດຊາດຂອງຄຳວ່າ” ຮັກແທ້” ອັນເປັນທີ່ມາຂອງຄຳວ່າ”ຄວາມຮັກອຳມະຕະ“.

ໝາຍເຫດ: ນີ້ເປັນພຽງການສັງລວມລາຍລະອຽດຂໍໃຫ້ໄປອ່ານບົດເລື່ອງເຕັມຈະຊ່ວຍເພີ່ມຄວາມເຂົ້າໃຈຂຶ້ນ.
ສັງລວມໂດຍ: ພຣະ ບຸນທະວີ ກົມພະພັນ
ວັນທີ 02/05/2019

LEAVE A REPLY

Please enter your comment!
Please enter your name here