ເມືອງທ່າແຂກ ເປັນເມືອງສູນກາງ (ເມືອງເອກ) ຂອງແຂວງຄຳມ່ວນ, ເປັນເມືອງທີ່ມີຄວາມສຳຄັນທາງດ້ານປະຫວັດສາດລາວມາແຕ່ດົນນານ. ໃນອະດີດປະມານສະຕະວັດທີ 5 ເຄີຍເປັນສ່ວນໜຶ່ງຂອງອານາຈັກຟູນັນ (ພະນົມ) ແລະ ອານາຈັກຈັນລາ ໂດຍມີເມືອງຫຼວງຊື່ວ່າ: “ ສີໂຄດຕະບູນ ” ຫຼື “ ສີໂຄດຕະບອງ ”. ຕັ້ງຢູ່ທາງທິດໃຕ້ຂອງເມືອງບໍລິເວນປາກຫ້ວຍສີມັງ ປັດຈຸບັນຄື “ ວັດພະທາດສີໂຄດຕະບອງ ” ແລະ ປະກົດຫຼັກຖານທາງບູຮານຄະດີຕັ້ງແຕ່ສະໄໝດຶກດຳບັນ ເຊັ່ນ: “ ຮອຍຕີນໄດໂນເສົາຢູ່ບ້ານນາໄກ່ເຂ່ຍ ” ຕະຫຼອດຈົນສະໄໝກ່ອນປະຫວັດສາດ ສະໄໝສີໂຄດຕະບອງ (ທະວາຣະວະດີລາວ) ແລະ ສະໄໝຂອມ ເຊັ່ນ: ພະທາດສີໂຄດຕະບອງ, ໃບເສມາບູຮານ, ຊິ້ນສ່ວນແກະສະລັກຂອງປະຕິມາກຳຂອມ, ແນວກຳແພງຫີນຍັກບ້ານນາໄກ່ເຂ່ຍ ຕະຫຼອດຈົນຊາກປະລັກຫັກພັງຂອງເຈດີບູຮານ ແລະ ຊາກພະພຸດທະຮູບປູນປັ້ນຂະໜາດໃຫຍ່ໃນສະໄໝອານາຈັກລ້ານຊ້າງ ດັ່ງນີ້ເປັນຕົ້ນ.

ນອກຈາກນີ້ ຍັງພົບຫຼັກຖານທາງປະຫວັດສາດເປັນຊາກເມືອງບູຮານ ເຊັ່ນ: ອາຣັນຣັດຈານາ ແລະ ເມືອງວຽງສຸຣິນ ຢູ່ທາງຕອນເໜືອຂອງເມືອງທ່າແຂກອີກດ້ວຍ. ຫຼັງຍຸກຂອມເສື່ອມອຳນາດແລ້ວ ເມືອງແຫ່ງນີ້ໄດ້ກາຍເປັນສ່ວນໜຶ່ງຂອງອານາຈັກລ້ານຊ້າງ, ຈາກນັ້ນ ໄດ້ການເປັນທີ່ຮົກຮ້າງແລ້ວພັດທະນາກາຍເປັນໝູ່ບ້ານຂະໜາດໃຫຍ່ທີ່ຂຶ້ນກັບອານາເຂດຂອງເມືອງນະຄອນບູຣີຣາຊະທານີສີໂຄດຕະບອງຫຼວງ (ນະຄອນພະນົມ).

ນັກວິຊາການບາງກຸ່ມໄດ້ສັນນິຖານວ່າ: ຊື່ວ່າ: “ ທ່າແຂກ ” ແມ່ນມາຈາກໃນອະດີດນັ້ນເມືອງແຫ່ງນີ້ເຄີຍເປັນເມືອງທ່າ (ທ່າເຮືອ) ທີ່ສຳຄັນຂອງອານາຈັກລ້ານຊ້າງ, ເປັນສະຖານທີ່ຄ້າຂາຍຂອງຊາວຕ່າງຊາດຫຼາຍຊາດຫຼາຍພາສາປະປົນກັນໄປ ເຊິ່ງມີທັງ ລາວ, ໄທ, ຈີນ, ຢວນ (ຫວຽດ) ແຂກ, ຝຣັ່ງ ໆລໆ ຈຶ່ງເອີ້ນຊື່ວ່າ: “ ເມືອງທ່າແຂກ ” ໂດຍມີຊື່ເຕັມວ່າ: “ ເມືອງທ່າຂອງແຂກຄົນ ” ໝາຍເຖິງເມືອງທ່ານ້ຳທີ່ຕັ້ງຢູ່ບໍລິເວນແມ່ນ້ຳຂອງ ເຊິ່ງມີຜູ່ຄົນເດີນທາງໄປມາຢ່າງສັບສົນອົນລະມ່ານ. 

ເຖິງຢ່າງໃດກໍຕາມ ທ່າແຂກໃນສະໄໝນັ້ນອາດຈະຍັງບໍ່ທັນໄດ້ພັດທະນາເປັນຫົວເມືອງຂະໜາດໃຫຍ່ດັ່ງເຂັ່ນໃນປັດຈຸບັນນີ້ ແລະ ເຊື່ອວ່າຄົງຈະມີສະຖານະພາບເປັນຊຸມຊົນທີ່ມີຄວາມຈະເລີນບໍ່ນ້ອຍ, ຕໍ່ມາໃນສະໄໝລາຊະການຂອງສົມເດັດເຈົ້າອະນຸວົງ ພະອົງໄດ້ສັ່ງໃຫ້ ພຣະບໍຣົມຣາຊາກິດຕິເທບກາຍົດ (ມັງ ມັງຄະລະສີຣີ) ເຈົ້າເມືອງນະຄອນພະນົມ (ເມືອງລະຄອນ) ສ້າງເມືອງທ່າແຂກຂຶ້ນເຊິ່ງຕັ້ງຢູ່ກົງກັນຂ້າມກັບເມືອງນະຄອນພະນົມ ເພື່ອກວດຕ້ອນຜູ່ຄົນໃຫ້ໜີເສິກຈາກສະຫຍາມ (ໄທ) ເຂົ້າມາອາໄສຢູ່ ພ້ອມທັງສັ່ງໃຫ້ເຈົ້ານາຍຈາກວຽງຈັນມາຊ່ວຍຄວບຄຸມການກໍ່ສ້າງ, ຫຼັງຈາກສະຫຍາມຍົກທັບຂຶ້ນມາແລ້ວເຮັດໃຫ້ການສ້າງເມືອງທ່າແຂກຢຸດຊະງັກລົງ.
ຫຼັງຈາກສະຫຍາມໄດ້ບຸກເຂົ້າມາເຜົາຜານນະຄອນວຽງຈັນແລ້ວ ປະຊາຊົນໃນເມືອງທ່າແຂກກໍເຊື່ອວ່າ ສົມເດັດພະເຈົ້າອະນຸວົງ ໄດ້ສັ່ງໃຫ້ຊາວບ້ານຊາວເມືອງນຳເອົາພະພຸດທະຮູບທີ່ມີຄ່າສຳຄັນຕ່າງໆໄປເຊື່ອງຊ້ອນຈາກການປຸ້ນຂອງຝ່າຍສະຫຍາມ ເຊິ່ງໜຶ່ງໃນສະຖານທີ່ສຳຄັນຂອງການເກັບຮັກສາບູຮານວັດຖຸລ້ຳຄ່າເຫຼົ່ານີ້ຄື: “ ຖ້ຳພະ-ໜອງປາຝາ ” ແຂວງຄຳມ່ວນ.

ຕໍ່ມາບຸດຊາຍຂອງເຈົ້າເມືອງນະຄອນພະນົມ ແລະ ເປັນຫຼານຊາຍຂອງ ພຣະບໍຣົມຣາຊາກິດຕິເທບກາຍົດ (ມັງ ມັງຄະລະສີຣີ) ຜູ່ສ້າງເມືອງທ່າແຂກ ເຊິ່ງໄດ້ແກ່ ເຈົ້າອຸປະຮາດ ຈັນທອງທິບ (ວ່າທີ່ເຈົ້າເມືອງນະຄອນພະນົມ) ແລະ ພະຍາພະນົມນະຄະຣານຸຣັກສິດສັກເທບພະຍົດ (ຍົດວິໄຊ) ເຈົ້າເມືອງນະຄອນພະນົມ, 2 ອ້າຍນ້ອງໄດ້ເກີດວິວາດບາດໝາງກັນ ຍ້ອນວ່າທ້າວ ຍົດວິໄຊ ຜູ່ເປັນນ້ອງໄດ້ຟ້ອງຕໍ່ຂ້າຫຼວງໃຫຍ່ສະຫຍາມວ່າວ່າ ທ້າວຈັນທອງທິບ ຜູ່ເປັນອ້າຍນັ້ນໄປຄົບຄ້າສະມາຄົມສົມຄົບຄິດກັບຝ່າຍຝຣັ່ງ, ຝ່າຍສະຫຍາມຈຶ່ງໄດ້ສັ່ງໃຫ້ ພະຍາໂພນພິໄສສໍຣະເດດ (ຄຳສິງ ສິງສິຣິ) ເຈົ້າເມືອງໂພນພິໄສ ມາເຊີນທ້າວຈັນທອງທິບໄປຊຳລະຄວາມກັບຂ້າຫຼວງໃຫຍ່ສະຫຍາມ, ເຮັດໃຫ້ທ້າວຈັນທອງທິບເກີດຄວາມບໍ່ພໍໃຈຢ່າງຮຸນແຮງ ຈຶ່ງໄດ້ຊັກຊວນເອົາປະຊາຊົນທີ່ຢູ່ຝັ່ງຂາວແມ່ນ້ຳຂອງຂ້າມໄປອາໄສຢູ່ຝັ່ງຊ້າຍຈຳນວນ 70 ກວ່າຄົນ, ພ້ອມທັງໄດ້ອັນເຊີນເອົາເຄື່ອງຍົດພະລາຊະທານຂອງເຈົ້າເມືອງນະຄອນພະນົມຜູ່ເປັນບິດາ ຕະຫຼອດຮອດຫອກຄຳອັນເປັນສົມບັດຂອງຕະກູນເຈົ້າເມືອງນະຄອນພະນົມໃນອະດີດ ເຊິ່ງເຄີຍໃຊ້ຮົບກັບພວກຈີນຫໍ ເຊື່ອງຂ້າມແມ່ນ້ຳຂອງໄປຢູ່ພາຍໃຕ້ການອາລັກຂາຂອງຝຣັ່ງ, ພວກຝຣັ່ງເພິ່ງພໍໃຈຈຶ່ງປູນບຳເນັດຕັ້ງໃຫ້ທ້າວຈັນທອງທິບເປັນເຈົ້າເມືອງທ່າແຂກ ພ້ອມທັງອຸປະກາລະລ້ຽງດູເປັນຢ່າງດີ.

ຕໍ່ມາໃນປີ ຄ.ສ 1893 ລາວເຮົາໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ແລະ ໄດ້ມີການປັກປັນເຂດແດນກັບສະຫຍາມ. ຕໍ່ມາໃນວັນທີ 3 ຕຸລາ 1893 ເຈົ້າໜ້າທີ່ຝຣັ່ງໄດ້ເດີນເຮືອຂຶ້ນໄປຕາມລຳແມ່ນ້ຳຂອງເພື່ອກວດລາຊະການປະຕິບັດງານຂອງ ກອມມິແຊ (ຫຼື ພະຍາກອມ) ທີ່ຢູ່ໃນແຜ່ນດິນລາວ, ເຮືອຂອງຝຣັ່ງໃນເວລານັ້ນຕ້ອງໄດ້ໃຊ້ຟືນດັງເຮືອຈຶ່ງຈະສາມາດແລ່ນໄປໄດ້ ເນື່ອງຈາກເປັນລະບົບອາຍນ້ຳ, ຝຣັ່ງຈຶ່ງສັ່ງໃຫ້ຄົນລາວຕັດຟືນແລ້ວວາງໄວ້ຕາມແຄມແມ່ນ້ຳຂອງ.

ມີຄັ້ງໜຶ່ງທີ່ພວກຝຣັ່ງໄດ້ຈອດເຮືອເພື່ອນຳເອົາຟືນໄປໄວ້ເທິງເຮືອ ພວກເຂົາກໍໄດ້ເຫັນປະຊາຊົນລາວເຮັດບຸນ ໂດຍໄດ້ເອົາຂີ້ກົ່ວມາຫຼອມເປັນດອກເຜິ້ງ ພວກຝຣັ່ງຈຶ່ງໄດ້ນຳເອົາດອກເຜິ້ງດັ່ງກ່າວໄປຄົ້ນຄວ້າ ແລະ ກວດສອບ ຈຶ່ງພົບວ່າຕາມລຳແມ່ນ້ຳສາຍນີ້ອາດຈະມີແຫຼ່ງປູນ ແລະ ແຫຼ່ງຂີ້ກົ່ວ, ພວກຝຣັ່ງຈຶ່ງໄດ້ຕັ້ງໂຮງງານຢູ່ທີ່ປາກແມ່ນ້ຳ ດ້ວຍເຫດນີ້ໃນບໍລິເວນນັ້ນຈຶ່ງເອີ້ນວ່າ: “ ເມືອງຫີນປູນ ” ເຊິ່ງຕໍ່ມາໄດ້ພ້ຽນມາເປັນເປັນ “ ເມືອງຫີນບູນ ” ໃນປັດຈຸບັນ. ບາງຄົນກໍຮຽກວ່າ: “ ສີບຸນເຮືອງຟອງວິນ ” ເພາະວ່າແຕ່ກ່ອນເມືອງຫີນບູນເປັນບ້ານສີບຸນເຮືອງ ແລ້ວຝຣັ່ງໄດ້ແຕ່ງຕັ້ງໃຫ້ຄົນຫວຽດນາມຊື່ວ່າ ຟອງວິນ ມາເປັນຜູ່ຄຸມງານຢູ່ທີ່ນັ້ນ. ຕໍ່ມາໃນປີ ຄ.ສ 1908 ພວກຝຣັ່ງເຫັນວ່າທີ່ຕັ້ງເມືອງຫີນບູນບໍລິເວນແຄມຝັ່ງແມ່ນ້ຳຂອງເລີ່ມມີການເຊາະເຈື່ອນພັງທະລາຍລົງເລື່ອຍໆ ຈຶ່ງໄດ້ທຳການຍ້າຍເມືອງຫີນບູນໄປຕັ້ງຢູ່ທີ່ເມືອງທ່າແຂກ ແລະ ສ້າງໃຫ້ເມືອງທ່າແຂກເປັນຕົວເມືອງສູນກາງການປົກຄອງນັບຕັ້ງແຕ່ນັ້ນມາຈົນຮອດປັດຈຸບັນ.


ທີ່ມາ: ໂຮງຮຽນ ມ.ສ ຂົວໂດນ

LEAVE A REPLY

Please enter your comment!
Please enter your name here