ພາບ​ປະ​ກອບ

ພະ​ນັກ​ວິ​ຊາ​ການ ນັກ​ຂຽນ ແລະ​ນັກ​ປະ​ພັນ ທີ່​ຊື່ ພ​ຣະ​ ບຸນ​ທະ​ວີ ກົມ​ພະ​ພັນ ໄດ້​ຂຽນ​ບົດ​ຄວາມ​ເລື່ອງ ຄ່າ​ນິ​ຍົມ ແລະ​ການ​ສັກ​ລາຍ​ຂອງ​ຄົນ​ລາວ ວ່າ:

ສັກລາຍ ຫຼືລາຍສັກແມ່ນສິລະປະເທິງຜິວໜັງຢ່າງໜຶ່ງ ເຊິ່ງມັນບໍ່ໄດ້ເປັນພຽງລາຍສັກເທົ່ານັ້ນແຕ່ຍັງມີຫຼາຍສິ່ງຢ່າງທີ່ເຊື່ອງຊ້ອນແອບແຝງຢູ່ ເຊິ່ງເຮົາເອີ້ນວ່າຄວາມເຊື່ອ ແລະຄ່ານິຍົມ.

ຄວາມເຊື່ອ ຫຼືຄ່ານິຍົມຂອງການສັກລາຍແມ່ນມີມາແຕ່ສະໄໝເດິກດຳບັນ ເປັນສິ່ງທີ່ສັງຄົມຍອມຮັບກັນທົ່ວໄປເລີຍກາຍເປັນຄ່ານິຍົມໃນສັງຄົມລາວມາຈົນເຖິງປັດຈຸບັນນີ້.ກິລິຍາອາການທີ່ຄົນສັກຮູບຕ່າງໆຕາມຜິວໜັງນັ້ນມີຫຼາຍຄໍາສັບທີ່ນິຍົມໃຊ້ເຊັ່ນ ສັກເມິກ (ສັກມຶກ), ສັກລາຍ, ສັກຍັນ.

ຕໍ່ກັບຕົ້ນກໍາເນີດຂອງການສັກເມິກສັກຍັນ ທ່ານດອກເຕີອະພິນັດ ກິຕິພັນ ນັກວິຊາການດ້ານພູມປັນຍາຕະວັນອອກໄດ້ເວົ້າໄວ້ວ່າ” ຕົ້ນກໍາເນີດຂອງການສັກມີສອງຍຸກຄືຍຸກແລກຄືການລະບາຍສີເພື່ອເປັນສັນຍາລັກຂອງເຜົ່າຫຼືເຊື້ອຊາດຕໍ່ມາໄດ້ກາຍເປັນເຄື່ອງປະກອບຄວາມເຂົ້າໃຈຂອງຜູ້ຊາຍວ່າມັນເປັນຂອງເຈັບຕ້ອງເປັນຜູ້ທີ່ມີຄວາມເຂັ້ມແຂງເທົ່ານັ້ນເປັນການປ່ຽນຈາກການເປັນເດັກນ້ອຍກາຍເປັນຜູ້ໃຫຍ່ ພ້ອມທີ່ຈະຮັບຜິດຊອບເລື່ອງໃຫຍ່ໆຕໍ່ມາເປັນຍຸກຂອງການລົງຄາຖາອາຄົມ ໝາຍຄວາມວ່າແບກພະສູດເປັນການຫຍໍ້ພະໄຕປີດົກເປັນລະຫັດເພື່ອຢ້ານຖືກທໍານາຍພາຍຫຼັງຈຶ່ງມີການຖອດລະຫັດຍັນແມ່ນເພື່ອຈົດບັນທຶກພະທໍາຄໍາສອນທີ່ເປັນຕົວອັກສອນຫຍໍ້ເຊັ່ນ ນະໂມພຸດທາຍະເພື່ອຫຼີກລ່ຽງຈາກການທໍາຮ້າຍພະທໍາໃນສະໄໝທີ່ສາສະໜາພຸດຖືກຮຸກຮານຈາກສາສະໜາອິດສະລາມທີ່ປະເທດອິນເດຍ ເພື່ອຈົດຈໍາຈຶ່ງມີການຫຍໍ້ເປັນອັກສອນຫຍໍ້ແລ້ວບັນທຶກສັກລົງຜິວໜັງຂອງຜູ້ຄົນແລະຕໍ່ມາຈຶ່ງມີຄວາມເຊື່ອເລື່ອງການສັກຍັນວ່າເປັນຄາຖາອາຄົມສາມາດປ້ອງກັນໄພອັນຕະລາຍຕ່າງໆໄດ້“.

ໃນໄລຍະຕໍ່ມາຈຶ່ງເຫັນວ່າ, ການສັກລາຍມີຄວາມເຊື່ອໃນເລື່ອງຂອງເວດມົນກົນຄາຖາ, ເຊື່ອວ່າຍິງແທງບໍ່ເຂົ້າ ໂດຍສະເພາະພວກຜູ້ຊາຍທີ່ເປັນທະຫານ ການອອກທັບຈັບເສິກຕ້ອງມີການສັກຍັນ ແລະຄາຖາເຊິ່ງຈະມີຄູອາຈານເປັນຜູ້ສັກ ແລະລົງຍັນໃຫ້. ຄ່ານິຍົມນັ້ນ, ບໍ່ພຽງແຕ່ເປັນການສັກເພື່ອຄ່າມຄົງເທົ່ານັ້ນ ຍັງມີຄ່ານິຍົມທາງດ້ານຄວາມກ້າຫານພິສູດເຖິງຄວາມເກັ່ງກ້າ ແລະອົດທົນ ເຊິ່ງໃຜຫາກກ້າສັກ ຫຼືໃຜຫາກເຫັນລາຍສັກຂອງຄົນອື່ນກໍຈະເກີດຄວາມຢ້ານກົວ, ເກງຂາມ. ເຫດຜົນອີກຢ່າງໜຶ່ງແມ່ນມີຄວາມເຊື່ອວ່າສັກໄວ້ເພື່ອປ້ອງກັນຜີສາງນາງຮ້າຍ ແລະສາດຕະເວດ ແລະເວດມົນກົນຄາຖາອື່ນໆ. ນອກຈາກນັ້ນ, ຍັງສັກເພື່ອໃຫ້ມີສະເໜ່ໃຫ້ຜູ້ສາວສົນໃຈ ເພາະສັງຄົມໃນສະໄໝກ່ອນ ຜູ້ຍິງຈະລັງກຽດຄົນທີ່ບໍ່ສັກລາຍຈຶ່ງເກີດມີຄຳເວົ້າທີ່ສືບທອດມາເຖິງທຸກວັນນີ້ວ່າ

ຂາບໍ່ລາຍບໍ່ໃຫ້ອາບນ້ຳຮ່ວມທ່າ

ຂາບໍ່ລາຍ ບໍ່ໃຫ້ຍ່າງກາຍໜ້າບ້ານ.

ນໍ້າເມິກຂາລາຍ ເອົາໄວ້ກ່າຍຂາສາວ

ນໍ້າເມິກຂາຂາວ ເອົາໄວ້ຕາກຜ້າອ້ອມ

ສິບຜືນຜ້າຊາວຜືນຜ້າ ບໍ່ປານຂາລາຍອ້າຍຂຶ້ນກ່າຍ

ຄັນຂາລາຍອ້າຍກ່າຍແລ້ວ ພໍປານຜ້າໝື່ນຜືນ


​ພາບ​ປະ​ກອບ

ຕໍ່ກັບປະເດັນນີ້ທ່ານ ຫົງເຫີນ ຂຸນພິທັກ, ນັກຄົ້ນຄວ້າວັດທະນະທໍາລາວໄດ້ກ່າວວ່າ: “ລາວທາງລ້ານນາມັກສັກລາຍໃສ່ຕົນໂຕຈົນເຖິງພຸງຈຶ່ງຖືກພວກສະຫຍາມຮຽກວ່າລາວພຸງດໍາ, ສ່ວນລາວບ້ານຊ້າງມັກສັກໃສ່ແຕ່ຂາຈຶ່ງຖືກຮຽກວ່າລາວພຸງຂາວ, ລາຍທີ່ມັກສັກແມ່ນລາຍມອມ, ລາຍລວງ, ລາຍນົກຂຸ້ມ, ລາຍດອກຜັກແວ່ນ, ລາຍຫະນຸມານ…ການສັກລາຍມີທັງການຄົງເວດມົນຄາຖາແຄ້ວຄົງ, ທັງສະແດງເຖິງຄວາມກ້າຫານ, ທັງສະແດງເຖິງຄວາມກ້າຫານອົດທົນສາວໆກໍນິຍົມບ່າວຂາລາຍຈົນມີຄໍາກອນວ່າ:

ຂາຂາວມານັ່ງໃກ້ ເໝັນຄາວຮາກຊິອອກ
ຂາລາຍມານັ່ງໃກ້ ຫອມອົ້ມກໍບໍ່ປານ
ຄັນວ່າຂາລາຍແລ້ວ ແອວບໍ່ລາຍກະບໍ່ຄ່ອງ
ຕ້ອງໄດ້ສັກນົກນ້ອຍ ງອຍແກ້ມຕອດຂີ້ຕາ
(ຫົງເຫີນ ຂຸນພິທັກ 2017:57)

ສະນັ້ນ, ບັນດາບ່າວທັງຫຼາຍຈິ່ງພາກັນນິຍົມສັກແມ່ນຈະເຈັບປານໃດ ກໍອົດທົນເຖິງວ່າຈະບໍ່ໄດ້ສັກເພື່ອຄ່າມຄົງກໍສັກເພື່ອຫຼີກລ້ຽງການເວົ້າຂວັນຕິຕຽນຈາກສັງຄົມວ່າບໍ່ເປັນຊາຍແທ້ໃນສະໄໝບູຮານນັ້ນຫາກຊາຍຈະຖືເອົາການຕໍ່າຫູກເປັນມາດຖານຂອງຍິງທີ່ຄູ່ຄວນເປັນຄູ່ຊີວິດການສັກມຶກກໍຄົງຈະຖືເປັນມາດຕະຖານຂອງຊາຍທີ່ຄູ່ຄວນເປັນຄູ່ຊີວິດເຊັ່ນກັນ.

ບໍ່ພຽງແຕ່ໃນສັງຄົມຕົວຈິງເທົ່ານັ້ນ, ໃນວັນນະຄະດີກໍຍັງໄດ້ຈົດບັນທຶກເລື່ອງລາວລວດລາຍຕ່າງໆໃນຫຼາຍເລື່ອງບໍ່ວ່າແຕ່ວັນນະຄະດີພື້ນເມືອງຈົນມາເຖິງວັນນະຄະດີລ້ານຊ້າງໂດຍສະເພາະເລື່ອງພະເວດສັນດອນໄດ້ສ່ອງແສງເຖິງວີຖີຊີວິດແລະປະເພຄວາມເຊື່ອຂອງຄົນລາວໄດ້ເປັນຢ່າງດີໜຶ່ງໃນນັ້ນຄືຄວາມເຊື່ອເລື່ອງການສັກລາຍ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມເຊື່ອ ແລະຄ່ານິຍົມຂອງການສັກລາຍຕ່າງໆຕາມຜິວໜັງ ແລະຂາໂດຍສະເພາະແມ່ນພວກທະຫານທີ່ມີຈິດໃຈເດັດດ່ຽວ. ດັ່ງສະແດງອອກຕອນໜຶ່ງວ່າ

ບາງພ່ອງສັກຮູບຊ້າງໃສ່ໃນຂາ
ບາງພ່ອງສັກຮູບປາໃສ່ໃນແຄ່ງ
ບາງພ່ອງສັກຄິ້ວແຕ່ງຄອຍນາງ
ບາງພ່ອງສັກຮູບສິງມອມຄໍປ້ອງ
ບາງພ່ອງສັກທ້ອງຮູບລາຍລວງ
ບາງພ່ອງສັກອົກທວງມີມາກ
ຮູບນາກຄະລາດກ້ຽວເກາະຫາງ
ບາງພ່ອງສັກຫຼັງລາຍທໍາທວ່າຍ
ຮູບຊໍ່ຟ້າກ່າຍເມືອງແມນ
ບາງພ່ອງສັກແຂນດອກຜັກແວ່ນ
ນົກນ້ອຍຄາບເຫຍື່ອແລ່ນແລະຮູບນົກຍຸງຍາງ
ບາງພ່ອງສັກໃຕ້ຄາງຄໍປ້ອງ
ບາງພ່ອງສັກຮູບຫະນຸມານອົງອາດ
ຮູບພະບາດໄທ້ນາລາຍ

ຈາກບົດກອນຂ້າງເທິງນັ້ນ ສະແດງອອກເຖິງຄວາມເຊື່ອ ແລະຄ່ານິຍົມຂອງຄົນລາວທີ່ນະຍົມສັກລາຍມາແຕ່ບູຮານນະການ ເຊິ່ງລວດລາຍດັ່ງກ່າວນັ້ນຍັງເປັນສິ່ງບົ່ງບອກເຖິງຄວາມເຊື່ອຂອງຄົນລາວກ່ຽວກັບສິ່ງສັກສິດ ແລະການນັບຖືນາກ, ລວງ ເຊັ່ນ ບາງພ່ອງສັກທ້ອງຮູບລາຍລວງ, ຮູບນາກຄະລາດກ້ຽວເກາະຫາງ ສິ່ງດັ່ງກ່າວເປັນການຢັ້ງຢືນວ່າຄົນລາວມີຕົ້ນຕະກູນນາກ ແລະນັບຖືນາກມາແຕ່ສະໄໝບູຮານຈົນກາຍມາເປັນລາຍສັກໃສ່ຕາມຕົນໂຕ ແລະບາງລາຍຍັງຖືກນໍາໄປຕໍ່າເປັນລາຍຜ້າທີ່ສວຍງາມອີກດ້ວຍ. ເຊິ່ງຄວາມເຊື່ອດ່ັງກ່າວນັ້ນຈະປາກົດເຫັນໃນສະຖານທີ່ຕ່າງໆເຊັ່ນ ວັດວາອາຮາມ, ລາຍສັກ, ລາຍສິ້ນເປັນຕົ້ນ.

ຄ່ານິຍົມດັ່ງກ່າວກໍຍັງຄົງຕົວມາທຸກວັນນີ້ແຕ່ໄດ້ຄາດເຄື່ອນໄປອີກມູມໜຶ່ງເຊັ່ນວ່າ ຜູ້ຍິງກໍນິຍົມສັກລາຍ ຕາມເຮືອນຮ່າງຂອງຕົນເຊິ່ງສັກເພື່ອເປັນສິລະປະເປັນສ່ວນໃຫຍ່. ສໍາລັບຜູ້ຊາຍນິຍົມສັກລາຍມັງກອນ ແລະຮູບຫານຸມານໃສ່ລຳຕົວຈົນເຕັມເພື່ອສະແດງເຖິງຄວາມເກັ່ງກ້າ. ແຕ່ເບິ່ງໃນແງ່ຜົນລົບແລ້ວເຫັນວ່າການສັກລາຍເປັນອັນຕະລາຍຮ້າຍແຮງຕໍ່ຜິວໜັງຂອງຄົນເຮົາຄືນອກຈາກຈະເຮັດໃຫ້ຜິວໜັງເປິເປື້ອນແລ້ວຍັງອາດພາໃຫ້ຜິວໜັງຕິດເຊື້ອນໍາອີກ.

ອີກຢ່າງ, ຜູ້ທີ່ຈະສັກລາຍຄວນຄໍານຶງເຖິງອະນາຄົດອັນຍາວໄກໂດຍສະເພາະອາຊີບທີ່ຈະປະກອບເພາະປັດຈຸບັນຫຼາຍອາຊີບແມ່ນຈໍາກັດບຸກຄົນທີ່ມີຮອຍສັກຕາມຕົນຕົວ. ນອກຈາກນັ້ນ, ຍັງຄັດຕໍ່ຄໍາສອນຂອງພໍ່ແມ່ທີ່ວ່າ “ຢ່າສັກເມິກສັກລາຍເພາະຮ່າງກາຍຂອງຄົນເຮົາພໍ່ແມ່ໄດ້ປົວລະບັດຮັກສາແຕ່ນ້ອຍບໍ່ໃຫ້ກໍ່າດຳໝອງ. ໃຜຫາກຝືນສັກຖືວ່າຄົນນັ້ນເປັນລູກທີ່ບໍ່ຟັງຄວາມພໍ່ແມ່.” ນອກຈາກນັ້ນ, ສັງຄົມຍັງມັກເຂົ້າໃຈວ່າຜູ້ທີ່ສັກລາຍນັ້ນລ້ວນແລ້ວແຕ່ແມ່ນບັນດານັກເລັງອັນທະພານ.

​ພາບ​ປະ​ກອບ

ເວົ້າລວມແລ້ວ, ການສັກລາຍແມ່ນສິລະປະເທິງຜິວໜັງຢ່າງໜຶ່ງເຊິ່ງເປັນທັງຄວາມເຊື່ອ ແລະຄ່ານິຍົມທີ່ຄົນລາວນິຍົມສັກກັນມາແຕ່ບູຮານນະການແລ້ວ, ຈາກລາຍສັກຈະເຮັດໃຫ້ເຮົາເຫັນເຖິງນິໄສໃຈຄໍຄວາມຮັກຄ່ານິຍົມຄວາມເຊື່ອ ແລະສີໄມ້ລາຍມີຂອງຄົນລາວທີ່ໄດ້ຮັບການສືບທອດກັນມາ. ບໍ່ພຽງແຕ່ເທົ່ານັ້ນເຮົາຍັງເຫັນວ່າລາຍທີ່ຄົນລາວນິຍົມສັກໂດຍສະເພາະລາວບູຮານນັ້ນມີຫຼາຍລາຍເຊິ່ງແຕ່ລະລາຍລ້ວນແລ້ວແຕ່ເປັນສິ່ງບົ່ງບອກເຖິງຄວາມເຊື່ອ ແລະເອກະລັກ, ສັນຍາລັກຂອງຄວາມເປັນຊາດລາວຄົນລາວເຊັ່ນ: ລາຍນາກ(ລາຍລວງ), ລາຍຊ້າງ, ລາຍປາ, ລາຍມອມ, ລາຍສິງ, ລາຍດອກຜັກແວ່ນ, ລາຍນົກນ້ອຍ, ລາຍນົກຍຸງ, ນົກຍາງ, ລາຍນົກຂຸ້ມ, ລາຍຫະນຸມານ, ລາຍຍັນ…

ຢ່າງໃດກໍດີ, ການສັກລາຍເຖິງວ່າຈະເປັນຄວາມເຊື່ອຄ່ານິຍົມແຕ່ກໍຄວນຄໍານຶງເຖິງຄວາມເໝາະສົມ ແລະຄວາມປອດໄພນໍາອີກ.

ຂຽນໂດຍ: ພຣະ ບຸນທະວີ ກົມພະພັນ

ໝາຍເຫດ: ບົດຄວາມນີ້ເຄີຍພິມລົງວາລະສານວັນນະສິນມາແລ້ວ.

ຮູບປະກອບຈາກເຟດບຸກ: ເຄືອສາຍເລືອດລາວແລະຮູບພາບເກົ່າໆ.

LEAVE A REPLY

Please enter your comment!
Please enter your name here