Thursday, April 18, 2024
Lenovo

ເຈົ້າອະນຸວົງ ຂຶ້ນສະເຫວີຍລາດ ແລະທຳການຟື້ນຟູປະເທດໃຫ້​ຍິ່ງ​ໃຫຍ່

ຢູ່ມາເຖິງປີ ພ.ສ 2347 (ຄ.ສ 1803) ສົມເດັດພະເຈົ້າອິນທະວົງ ຜູ່ເປັນພະເຊດຖາຄອງລາຊະສົມບັດມາໄດ້ສິບປີກໍສະຫວັນນະຄົດ ເມື່ອເດືອນ 3 ອອກໃໝ່ 8 ຄໍ່າ, ພະເຈົ້າແຜ່ນດິນ ສະຫຍາມຈຶ່ງທົງອະພິເສກເຈົ້າມະຫາອຸປະຮາດອະນຸວົງ ຂຶ້ນເປັນເຈົ້າແຜ່ນດິນນະຄອນວຽງຈັນ ໃນປີດຽວກັນ ນັ້ນເອງ.

ເວລາຂຶ້ນສະເຫວີຍລາດນັ້ນ ພະອົງມີພະຊົນໄດ້ 37 ປີ. ເມື່ອໄດ້ສະເຫວີຍລາດແລ້ວ ພະອົງກໍໄດ້ຟ້າວຈັດການຟື້ນຟູແລະບູລະນະປະເທດຊາດຂຶ້ນຢ່າງແຂງແຮງ ໃນທາງພະພຸດທະສາສະໜາ ພະອົງກໍໄດ້ທົງຈັດການ ປະຕິສັງຂອນປົວ ແປງວັດວາອາຮາມຂຶ້ນຫຼາຍວັດ ຕະຫຼອດຈົນຫໍໂຮງພະລາຊະວັງຖະໜົນຫົນທາງ ກໍໄດ້ທົງປະຕິສັງຂອນສ້າງແປງຂຶ້ນເປັນອັນມາກ.

ໃນດ້ານການທະຫານ ພະອົງກໍບໍ່ໄດ້ຢຸດຢ່ອນທໍ້ຖອຍໄດ້ທຳການບຳລຸງສົ່ງເສີມ ໃຫ້ເຂັ້ມແຂງຢູ່ສະເໜີ. ໃນດ້ານການ ເມືອງພະອົງກໍໄດ້ພະຍາຍາມທຳການຕິດຕໍ່ສະໝານໄມຕີກັບພະເຈົ້າມັນທາຕຸລາດແຫ່ງນະຄອນຫຼວງພະບາງໄວ້ ເປັນຢ່າງດີ ເພື່ອໃຫ້ລືມເຫດການອັນເຄີຍຜິດຂ້ອງຕ້ອງຖຽງບາດໜາງກັນມາ ແຕ່ກ່ອນໆນັ້ນເສຽຈົນຕະຫຼອດທາງປະ ເທດອານາມ ພະອົງກໍໄດ້ທຳການຕິດ ຕໍ່ເປັນໄມຕີໄວ້ເປັນອັນດີຕາມລາຊະປະເພນີແຕ່ກ່ອນໆມາ.

ໃນປະເທດສະຫຍາມເອງພະອົງກໍເປັນທີ່ໄວ້ວາງ ພະໄທຂອງພະເຈົ້າແຜ່ນດິນສະຫຍາມລາຊະສະການທີ 2. ພະເຈົ້າແຜ່ນດິນສະຫຍາມພະອົງນີ້ ກໍທົງຮັກແພງສະໜິດ ສະໜົມກັບພະອົງເປັນອັນມາກ ດັ່ງຈະເຫັນໄດ້ໃນເຫດການ ແລະພະລາຊະພາລະກິດ ທີ່ພະອົງໄດ້ທົງປະຕິບັດດັ່ງຕໍ່ໄປນີ້:

ປີ ຄ.ສ 1805 ພະອົງໄດ້ຍົກທັບໄປຕີເມືອງຊຽງຕຸງ ເມືອງຊຽງຮຸ່ງ ຕະຫຼອດເມືອງລື້ ທັງຫຼາຍ ຊ່ອຍກອງທັບສະຫຍາມ ພ້ອມດ້ວຍກອງທັບຫົວເມືອງປະເທດສະລາດທັງຫຼາຍທີ່ຂຶ້ນກັບສະຫຍາມ ໄດ້ຊ້າງມ້າສາດຕາອາວຸດ ເປັນອັນມາກ.

ປີ ຄ.ສ 1806 ພະອົງໄດ້ສ້າງພະລາຊະວັງ ແລະຫໍໂຮງຂຶ້ນ ໃນນະຄອນວຽງຈັນ ເປັນອັນມາກ.

ປີ ຄ.ສ 1807 ໄດ້ສະເດັດໄປທຳບຸນສະຫຼອງຂົວວັດທາດພະນົມ ໃນເມືອງນະຄອນພະນົມ.

ປີ ຄ.ສ 1808 ໄດ້ສະເດັດໄປສ້າງວັດສີບຸນເຮືອງ ແລະວັດອື່ນໆ ໃນເມືອງໝອງຄາຍ.

ປີ ຄ.ສ 1809 ສົມເດັດພະເລີດຫຼ້ານະພາໄລ ພະເຈົ້າແຜ່ນດິນສະຫຍາມ ໄດ້ໃຫ້ເຈົ້າພະຍາຈັກກຣີ ຂຽນຈົດໝາຍມາຫາພະເຈົ້າອະນຸວົງ ຝາກຄວາມຮັກແລະຄຶດເຖິງມາ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·