ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຄຳ​ວ່າ “ຈຳ­ແນກ​ແມ່­ຍິງ “ ໝາຍ​ເຖິງ​ທຸກ​ການ​ແບ່ງ​ແຍກ, ການ​ກີດ​ກັ້ນ ຫລື ການ​ຈຳ­ກັດ​ເນື່ອງ​ຈາກ​ເຫດ ຜົນ​ທາງ​ເພດ​ເຊິ່ງ​ມີ​ຜົນ ແລະ ຄວາມ​ມຸ້ງ​ຫວັງ​ທີ່​ຈະ​ທຳ­ລາຍ ຫລື ເຮັດ​ໃຫ້​ເຊື່ອມ​ເສຍ​ການ​ຍອມ­ຮັບ, ການ​ຊົມ­ໃຊ້ ຫລື ການ​ໃຊ້​ສິດ​ຂອງ​ແມ່ ຍິງ​ໂດຍ​ບໍ່​ເລືອກ​ຖາ­ນະ​ດ້ານ​ການ ຕ່າງໆ​ບົນ​ພື້ນ­ຖານ​ຄວາມ​ສະ­ເໝີ ພາບ​ລະ­ຫວ່າງ​ຍິງ-​ຊາຍ, ສິດ­ທິ​ມະ­ນຸດ​ກໍ່​ຄື​ເສ­ລີ­ພາບ​ພື້ນ­ຖານ​ທາງ​ດ້ານ ການ­ເມືອງ, ເສດ­ຖະ­ກິດ-​ສັງ­ຄົມ, ວັດ­ທະ­ນະ­ທຳ ແລະ ອື່ນໆ.

ດັ່ງ​ທີ່​ຮູ້​ນຳ​ກັນ​ແລ້ວ​ວ່າ​ເພດ​ຍິງ ກໍ່​ຄື​ກັນ​ກັບ​ເພດ​ຊາຍສິດ­ທິ​ຂອງ​ແມ່ ຍິງ​ກໍ່​ຄື​ສິດ­ທິ​ມະ­ນຸດ  ທີ່​ຖືກ​ຄຸ້ມ​ຄອງ​ດ້ວຍ ລັດ​ຖະ​ທຳ​ມະ­ນູນ ແລະ ກົດໝາຍ ທີ່​ບໍ່​ມີ​ໃຜ​ຈະ​ລ່ວງ​ລະ­ເມີດ ຫລື ກີດ​ກັ້ນ​ໄດ້, ແຕ່​ເຖິງ​ແມ່ນ​ວ່າ​ກົດ­ໝາຍ​ຈະ​ກຳ­ນົດ​ສິດ​ສະ­ເໝີ­ພາບ ໄວ້​ຢ່າງ​ຈະ­ແຈ້ງ​ເຊັ່ນ: ສິດ​ທາງ​ດ້ານ​ການ­ເມືອງ, ເສດ­ຖະ­ກິດ, ວັດ­ທະ­ນະ​ທຳ-​ສັງ­ຄົມ ແລະ ຄອບ ຄົວ​ກໍ່​ຕາມ, ແຕ່​ແມ່­ຍິງ​ກໍ່​ຍັງ​ຖືກ​ຈຳ­ແນກ ຢູ່​ໂດຍ​ສະ­ເພາະ​ແມ່­ຍິງ​ໃນ​ເຂດ​ຊົນ­ນະ­ບົດ ແລະ ສັງ­ຄົມ​ສ່ວນ​ໃຫຍ່ ຍັງເຫັນ​ວ່າ​ຜູ້­ຍິງ​ເປັນ​ຜູ້­ນຳ​ຫລັງ​ຢູ່​ທັ້ງໆທີ່​ວ່າ​ແມ່­ຍິງ ແມ່ນ​ມີ​ຄວາມ​ຮູ້, ຄວາມ​ສາ­ມາດ, ທາງ​ດ້ານ​ວິ­ຊາ​ສະ­ເພາະ ທີ່​ປະ­ກອບ­ສ່ວນ​ໃນ​ວຽກ​ງານ​ໃນ ຂັ້ນ​ຕ່າງໆ​ຄື​ກັນ​ກັບ​ເພດ​ຊາຍ​ເຖິງ ຢ່າງ​ນັ້ນ​ກໍ​ຕາມ ພັກ-​ລັດ​ໄດ້​ວາງ ມາດ​ຕະ­ການ​ໃນ​ການ​ຍົກ​ສູງ​ສິດ­ທິ ຂອງ​ແມ່­ຍິງ​ກໍ່​ຄື​ບົດ­ບາດ​ຂອງ​ແມ່ຍິງ​ທຸກ​ຊົນ­ເຜົ່າ​ໃຫ້​ສູງຂຶ້ນ​ໂດຍ​ສະ­ເພາະ​ແມ່ນ​ຢູ່​ໃນ​ລັດ​ຖະ​ທຳ​ມະ­ນູນ ຊຶ່ງ​ໄດ້​ກຳ­ນົດ​ແຈ້ງ​ຢູ່​ບາງ​ມາດ­ຕາ ດັ່ງ​ລຸ່ມ​ນີ້:

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ມາດ­ຕາ 35 ພົນ­ລະ­ເມືອງ ລາວ​ໂດຍ​ບໍ່​ຈຳ­ແນ​ກ​ຍິງ-​ຊາຍ, ຖາ­ນະ​ທາງ​ດ້ານ​ສັງ­ຄົມ, ລະ­ດັບ​ການ​ສຶກ­ສາ, ຄວາມ​ເຊື່ອ​ຖື ແລະ ຊົນ­ເຜົ່າ ລ້ວນ​ແຕ່​ມີ​ຄວາມ​ສະ­ເໝີ­ພາບ​ຕໍ່­ໜ້າກົດ​ໝາຍ.

ມາດ­ຕາ 37 ພົນ­ລະ­ເມືອງ ລາວ​ຍິງ-​ຊາຍ​ມີ​ສິດ​ເທົ່າ​ທຽມ​ກັນ ທາງ​ດ້ານ​ການ­ເມືອງ, ເສດ­ຖະ­ກິດ, ວັດ­ທະ­ນະ​ທຳ-​ສັງ­ຄົມ ແລະ ຄອບ​ຄົວ.

ນອກ­ຈາກ​ນັ້ນ, ຢູ່​ໃນ​ສົນ­ທິ­ສັນ­ຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ການ ຈຳ­ແນກ​ຕໍ່​ແມ່­ຍິງ​ມາດ­ຕາ 2 ໄດ້ ລະ­ບຸ​ເຖິງ​ພັນ­ທະ​ຕ່າງໆ​ໃນ​ການ​ລົບ​ລ້າງ​ການ​ຈຳ­ແນກ​ຄື ລັດ​ພາ­ຄີ​ກ່າວປະ­ນາມ​ທຸກ​ຮູບ​ການ​ຈຳ­ແນກ​ຕໍ່​ແມ່­ຍິງ, ໂດຍ​ໃຊ້​ທຸກ​ວິ­ທີ​ການ, ນະ­ໂຍ­ບາຍ​ເພື່ອ​ລົບ​ລ້າງ​ການ​ຈຳ­ແນກ ຕໍ່​ແມ່­ຍິງ ແລະ ເພື່ອ​ບັນ­ລຸ​ຈຸດ­ປະ­ສົງ ດັ່ງ­ກ່າວ​ຈະ​ຕ້ອງ​ດຳ­ເນີນ​ການ​ດັ່ງ​ຕໍ່ ໄປ​ນີ້:

– ນຳ​ເອົາ​ຫລັກ­ການ​ຄວາມ​ສະ ເໝີ​ພາບ​ລະ­ຫວ່າງ​ຍິງ-​ຊາຍ ເຂົ້າ​ໃນ​ລັດ​ຖະ​ທຳ​ມະ­ນູນ ຫລື ກົດ­ໝາຍອື່ນໆ ທີ່​ເໝາະ​ສົມ​ຂອງ​ຊາດ​ຕົນ ຖ້າ​ຫາກ​ຍັງ​ບໍ່​ທັນ​ໄດ້​ເອົາ​ເຂົ້າ​ເທື່ອ ແລະ ຮັບ­ປະ­ກັນ​ໂດຍ​ຜ່ານ​ກົດ­ໝາຍ ແລະ ເຄື່ອງ­ມື​ທີ່​ເໝາະ​ສົມ​ກັບ​ຄວາມ​ເປັນ​ຈິງ​ໃນ​ພາກ​ປະ­ຕິ­ບັດ​ຂອງ​ຫລັກ­ການ​ດັ່ງ­ກ່າວ​ນີ້

– ປະ­ຕິ­ບັດ​ມາດ​ຕະ­ການ​ທາງ​ດ້ານ​ກົດ­ໝາຍ​ທີ່​ເໝາະ​ສົມ ແລະ ມາດ​ຕະ­ການ​ອື່ນໆ ລວມ​ທັງ​ການ ລົງ­ໂທດ​ໃນ​ກໍ­ລະ­ນີ​ທີ່​ສົມ­ຄວນ, ຫ້າມ​ທຸກ​ການ​ຈຳ­ແນກ​ຕໍ່​ແມ່­ຍິງ

– ສ້າງ​ການ​ປ້ອງ​ກັນ​ທາງ​ດ້ານ​ກົດ­ໝາຍ​ໃຫ້​ແກ່​ສິດ​ສະ­ເໝີ­ພາບ ລະ­ຫວ່າງ​ຍິງ-​ຊາຍ ແລະ ຮັບ­ປະ­ກັນ​ການ​ປົກ ປ້ອງ​ແມ່­ຍິງ​ຢ່າງ​ມີ​ປະ­ສິດ­ທິ­ພາບ​ຈາກ​ທຸກ​ການ​ກະ­ທຳ​ທີ່​ເປັນ ການ​ຈຳ­ແນກ​ໂດຍ​ຜ່ານ​ສານ​ທີ່​ມີ ອຳ­ນາດ​ຂອງ​ຊາດ ແລະ ສະ​ຖາ​ບັນ ຂອງ​ລັດ​ອື່ນໆ.

– ງົດ​ເວັ້ນ​ຈາກ​ການ​ນຳ​ໃຊ້​ທຸກ​ການ​ກະ­ທຳ ຫລື ພຶດ­ຕິ​ກຳ​ທີ່​ຈຳ­ແນກ​ຕໍ່​ແມ່­ຍິງ ແລະ ຈະ​ຮັບ­ປະ­ກັນ​ໃຫ້​ທຸກ​ອົງ ການ​ປົກ­ຄອງ ແລະ ສະ​ຖາ​ບັນ ຂອງ​ລັດ​ປະ­ຕິ­ບັດ​ໃຫ້​ສອດ­ຄ່ອງ ຕາມ​ພັນ­ທະ​ນີ້.

– ປະ­ຕິ­ບັດ​ທຸກ​ມາດ​ຕະ­ການ​ທີ່ ເໝາະ​ສົມ ເພື່ອ​ລົບ​ລ້າງ​ການ​ຈຳ ແນ​ກ​ຕໍ່​ແມ່­ຍິງ​ໂດຍ​ບຸກ­ຄົນ, ການ​ຈັດ ຕັ້ງ ຫລື ວິ​ສາ​ຫະ​ກິດ.

– ປະ­ຕິ­ບັດ​ທຸກ​ມາດ​ຕະ­ການ​ທີ່​ເໝາະ​ສົມ ​ລວມ​ທັງ​ດ້ານ​ກົດ­ໝາຍ ເພື່ອ​ດັດ­ແກ້ ຫລື ລົບ​ລ້າງ​ກົດ­ໝາຍ, ຂໍ້​ກຳ­ນົດ, ປະ­ເພ­ນີ ແລະ ການ​ປະ­ຕິ ບັດ ທີ່​ມີ​ຢູ່​ໃນ​ປັດ­ຈຸ­ບັນ ທີ່​ປະ­ກອບ ສ່ວນ​ເປັນ​ການ​ຈຳ­ແນກ​ຕໍ່​ແມ່​ຍິງ.

– ຍົກ­ເລີກ​ທຸກ​ມາດ­ຕາ​ຂອງ​ກົດ ໝາຍ ທີ່​ປະ­ກອບ­ສ່ວນ​ເປັນ​ການ​ຈຳ ແນ​ກ​ຕໍ່​ແມ່​ຍິງ.   

      

ສປປ ລາວ ກໍ່​ໄດ້​ຫັນ​ເອົາ​ບາງ ເນື້ອ​ໃນ​ຂອງ​ສົນ­ທິ­ສັນ­ຍາ​ດັ່ງ­ກ່າວ ມາ​ເປັນ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ​ຄື ສະ­ພາ​ແຫ່ງ​ຊາດ​ໄດ້​ປັບ­ປຸງ ລັດ​ຖະ​ທຳ​ມະ­ນູນ ແລະ ມີ​ການ​ທົບທວນ​ກົດ­ໝາຍ​ຕ່າງໆ ເພື່ອ​ບໍ່​ໃຫ້​ມີ​ການ​ຈຳ­ແນກ, ມາດ­ຕາ 29 ຂອງ ລັດ​ຖະ​ທຳ​ມະ­ນູນ​ສະ­ບັບ​ປັບ­ປຸງ​ປີ 2015 ກຳ­ນົດ​ວ່າ “ລັດ, ສັງ­ຄົມ ແລະ ຄອບ­ຄົວ​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ນະ­ໂຍ­ບາຍ​ພັດ­ທະ­ນາ ແລະ ສົ່ງ­ເສີມ​ຄວາມ ກ້າວ­ໜ້າ​ຂອງ​ແມ່­ຍິງ, ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດຂອງ​ແມ່­ຍິງ ແລະ ເດັກ­ນ້ອຍ ແລະ ທີ່​ສຳ­ຄັນ​ແມ່ນ ໄດ້​ກຳ­ນົດ​ໂທດ​ຂອງ​ການ​ຈຳ­ແນກ​ເພດ​ຍິງ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ ມາດ­ຕາ 224 ຊຶ່ງ​ໄດ້​ລະ­ບຸ​ໄວ້​ວ່າ: ບຸກ­ຄົນ​ຜູ້​ໃດ​ຫາກ​ໄດ້​ຈຳ­ແນກ, ແບ່ງ​ແຍກ, ກີດ​ກັ້ນ, ຈຳ­ກັດ​ແມ່­ຍິງ​ໃນ​ການ­ເຄື່ອນ­ໄຫວ​ທາງ​ດ້ານ​ການ­ເມືອງ, ເສດ­ຖະ­ກິດ, ວັດ­ທະ­ນະ​ທຳ-​ສັງ­ຄົມ ແລະ ຄອບ­ຄົວ ເນື່ອງ​ຈາກ​ເຫດ­ຜົນທາງເພດ​ ຈະ​ຖືກ​ຕຳ​ນິ​ວິ­ຈານ ຫລື ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫລະ­ພາບ ຫລື ລົງ­ໂທດ​ຕັດ​ອິດ­ສະ­ຫລະ­ພາບ ແຕ່​ໜຶ່ງ​ປີ ຫາ ສາມ​ປີ ແລະ ຈະ​ຖືກ ປັບ​ໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

ພິ­ເສດ​ໃນ​ເດືອນ​ຕຸ­ລາ ປີ 2004 ສະ­ພາ​ແຫ່ງ​ຊາດ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ວ່າ​ດ້ວຍ ການ​ພັດ­ທະ­ນາ ແລະ ປົກ​ປ້ອງ​ແມ່­ຍິງ, ຊຶ່ງ​ກົດ­ໝາຍ​ນີ້​ໄດ້​ວາງ​ອອກ ເພື່ອ​ຮອງ​ຮັບ ແລະ ຍົກ​ສູງ​ຖາ­ນະ​ບົດ­ບາດ​ຂອງ​ແມ່­ຍິງ ແລະ ມີ​ຫລາຍ​ມາດ­ຕາ​ທີ່​ໄດ້​ກຳ­ນົດ​ສິດ​ຂອງ​ແມ່​ຍິງ. ຜ່ານ​ມາ​ລັດ­ຖະ­ບານ​ກໍ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ເຜີຍ­ແຜ່​ກົດ­ໝາຍ​ດັ່ງ​ກ່າວ.

ນອກ­ຈາກ​ນີ້, ລັດ​ຖະບານ​ຍັງສ້າງ​ອົງ­ການ​ປົກ​ປ້ອງ​ແມ່­ຍິງ​ຂຶ້ນ ນັ້ນ​ຄື​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອຄວາມ​ກ້າວ­ໜ້າ​ຂອງ​ແມ່​ຍິງ.

ສະ­ນັ້ນ, ເພື່ອ​ຮັບ­ປະ­ກັນ​ສິດ­ທິ​ຂອງ​ແມ່­ຍິງ​ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ລົບ​ລ້າງ​ແນວ​ຄິດ​ອະ­ຄະ­ຕິ​ຕໍ່​ແມ່­ຍິງ ແລະ ຕ້ອງ​ບຸກ​ທະ­ລຸ​ແນວ​ຄວາມ​ຄິດ ທີ່​ກ້າວ­ໜ້າ​ຍອມ­ຮັບ​ຄວາມ​ສາ­ມາດຂອງ​ແມ່­ຍິງ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ແມ່­ຍິງ ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ປະ­ກອບ­ສ່ວນ​ໃນ​ວຽກ​ງານ​ຕ່າງໆ​ໃຫ້​ຫລາຍ​ຂຶ້ນ.

ທີ່​ມາ: ຂ​ປ​ລ

LEAVE A REPLY

Please enter your comment!
Please enter your name here