ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາບ​ປ​ະ​ກອບ

ເມື່ອເວົ້າເຖິງປະເພນີ ການແຕ່ງດອງ ມັກໄດ້ຍິນຄຳວ່າ “ຄ່າດອງ ຫຼື “ສິນສອດ” ຄຽງຄູ່ກັນສະເໝີ    ຜ່ານມາມັກປາກົດໃຫ້ເຫັນ ການຄາດຄ່າດອງລະດັບຮ້ອຍລ້ານພັນລ້ານ,ຫຼາຍຄູ່ຕ້ອງແຍກທາງກັນຍ້ອນ ບໍ່ມີຄ່າດອງມາແຕ່ງ, ບາງ ຄູ່ຕ້ອງຂ້າຕົວຕາຍກາຍເປັນ ບັນຫາຂອງສັງຄົມແຕ່ຫຼາຍໆຄູ່ກໍສົມຫວັງຍ້ອນ ຄ່າດອງພຽງພໍແຕ່ກໍເຮັດ ໃຫ້ຫຼາຍຄົນສົງໄສພ້ອມທັງຕັ້ງຄຳຖາມໃນໃຈວ່າຄ່າດອງໝາຍເຖິງຫຍັງ,ເປັນຫຍັງ ຈຶ່ງຕ້ອງມີ,ມີມາແຕ່ສະໄໝ     ໃດ? ປະເທດອື່ນໆຄືກັບ ບ້ານເຮົາບໍ່ ? ເຊິ່ງຄຳຖາມຕ່າງໆເຫຼົ່ານີ້ມັກເກີດຂຶ້ນກັບສະເພາະອ້າຍນ້ອງຊາຍ ເພາະ ປະເພນີລາວຜູ້ຊາຍເປັນຝ່າຍໄປສູ່ຂໍແລະ ມອບຄ່າ ດອງໃຫ້ກັບຝ່າຍຍິງ.


ພາບ​ປ​ະ​ກອບ

ໃນຄວາມໝາຍຂອງ “ຄ່າດອງ” ຫຼື  “ສິນສອດ” ໃນເບື້ອງຕົ້ນຖືວ່າມີຄວາມ ໝາຍດີ ເພາະມັນເປັນສິ່ງຢັ້ງ ຢືນຄວາມຮັກຄວາມມັກຂອງຄູ່ບ່າວສາວ ແລະ ທັງເປັນຫຼັກ ຄໍ້າປະກັນຂອງຊີວິດຄູ່ພາຍ ຫຼັງທີ່ແຕ່ງດອງເປັນຜົວເມຍ ກັນແລ້ວ ຄືເມື່ອຢູ່ນຳກັນ ຈະເອົາເປັນທຶນການສ້າງ ຄອບຄົວ ແລະ ເງິນດັ່ງກ່າວ ສ່ວນໜຶ່ງແມ່ນຖືກໃຊ້ຈ່າຍ  ໃນງານແຕ່ງດອງເພື່ອຈັດ ງານລ້ຽງແຂກຄົນທີ່ມາ ຮ່ວມຍິນດີນຳຄູ່ສົມລົດໃໝ່. ໃນອີກຄວາມໝາຍໜຶ່ງທີ່ ຄົນລາວມັກເວົ້າກັນກໍຄືຄ່າ ດອງແມ່ນເງິນທີ່ຜູ້ຊາຍຕ້ອງ ມອບໃຫ້ພໍ່ແມ່ຝ່າຍຍິງເພື່ອ ເປັນຄ່ານໍ້ານົມ, ຄ່າລ້ຽງ ດູລູກສາວມາຈົນໃຫຍ່ໂຕ ດັ່ງນີ້ ເປັນຕົ້ນ.


ພາບ​ປ​ະ​ກອບ

ສຳລັບປະຫວັດຄວາມ ເປັນມາຂອງການຄາດຄ່າ ດອງ ແມ່ນບໍ່ມີຫຼັກຖານຢ່າງ ຈະແຈ້ງວ່າເລີ່ມ ແຕ່ຍຸກສະ ໄໝໃດ ຫຼືໃຜເປັນຜູ້ຄາດຄ່າ ດອງກ່ອນໝູ່ ແຕ່ຖ້າອີງໃສ່ ສະພາບຂອງສັງ ຄົມລາວ ກໍຄົງຈະເລີ່ມຈາກຍຸກທີ່ເປັນ ສັກດີນາທີ່ມີວັດຖຸເງິນຄຳ ເປັນຫຼັກຄໍ້າປະກັນຊີວິດ ດັ່ງ ການຄາດຄ່າດອງໃນປຶ້ມ   ຮີດຄອງສະບັບໜຶ່ງຂຽນວ່າ “ຖ້າເປັນລູກເຈົ້າເມືອງ ອຸປະ ລາດ ລາຊະວົງ ລາຊະບຸດ ເມືອງແສນ ເມືອງຈັນ ລາຄາຄ່າຕົວຫົກຕຳລຶງ, ຖ້າ ເປັນລູກສາວນາຍກອງຕາ ແສງລາຄາຄາຕົວສາມຕຳ ລຶງ,  ຖ້າເປັນລູກຄົນ ທໍາມະດາສາມັນຕີລາຄາຄ່າຕົວ ຫົກບາດການຄາດຄ່າດອງ ຂອງຍິງນັ້ນເຈົ້າໂຄດຝ່າຍ ຊາຍມັກຈະຂໍຕໍ່ລອງກັນຖ້າ ຕົກໄດ້ ແລ້ວເປັນ ເທົ່າໃດ  ຕ້ອງເອົາເງິນມາໃຫ້ຝ່າຍຍິງ ໃນວັນແຕ່ງດອງ” ເຊິ່ງ ສັງເກດເຫັນໄດ້ວ່າ ຖ້າເປັນ ເຈົ້າຂຸນມຸນນາຍຄ່າດອງຈະ ແພງ ສະນັ້ນ, ສະໄໝກ່ອນ ຈຶ່ງມັກມີລັກສະນະວ່າລູກເຈົ້ານາຍ, ຄົນລວຍກໍຕ້ອງ ເອົງກັນເອງ ແລະ ລູກຊາວ ບ້ານ ທົ່ວໄປກໍເອົາກັນເອງ ຖ້າຫາກຝ່າຍຊາຍເປັນຊາວ ບ້ານທຳມະດາ ກໍຕ້ອງມີເງິນ ຄຳຫຼາຍເພື່ອໄປແຕ່ງກັບ ລູກເຈົ້ານາຍ.

ບ່ອນສະແດງໂຄສະນາ

ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາບ​ປ​ະ​ກອບ

ການຄາດຄ່າດອງ ແພງ ໃນສະໄໝບູຮານຈົນກາຍ ເປັນບັນຫາ ເຊິ່ງສະແດງ ອອກໃນວັນນະ ຄະດີລາວ ເຊັ່ນ: ເລື່ອງທ້າວບາຈຽງ ແລະນາງມະໂລງ, ເລື່ອງຂຸນລູນາງອົ້ວ ຍ້ອນຜູ້ເປັນແມ່ເຫັນແກ່ເງິນຄຳຈົນເຮັດໃຫ້ຕົວລະຄອນໃນສອງ ເລື່ອງນີ້ຕ້ອງໄດ້ຂ້າຕົວຕາຍ, ເລື່ອງທ້າວກໍ່າກາດຳທີ່ໄປມັກລູກສາວຫຼ້າຂອງພະຍາ ຈົນຮອດເຖິງພະອິນ, ເລື່ອງ ທ້າວຮຸ່ງທ້າວເຈືອງ ທີ່ແມ່ ນາງ ງ້ອມຄາດຄ່າດອງແພງ ຈົນບໍ່ມີເງິນໄປແຕ່ງ ຕ້ອງໄດ້ ເຮັດສົງຄາມກັບເມືອງອື່ນ ເພື່ອທ້ອນໂຮມຄ່າດອງ ດັ່ງນີ້ເປັນຕົ້ນ.

ໃນກົດໝາຍວ່າດ້ວຍ ຄອບຄົວ ພາກທີ II ໝວດທີ 1 ມາດຕາທີ 6-7/1 ໄດ້ກ່າວ ເຖິງການໝັ້ນໝາຍ, ການ   ສູ່ຂໍ, ການປະຕິບັດສັນຍາ ແລະ ການຄ້າງຄ່າດອງ. ແຕ່ ບໍ່ປາກົດເວົ້າເຖິງຈຳນວນ ຄ່າດອງ ເຊິ່ງຄ່າດອງແມ່ນ ຕ້ອງອີງໃສ່ຄວາມຕົກລົງ ເຫັນດີຂອງທັງສອງກໍ້າ ສອງຝ່າຍຕາມຮີດຄອງ ປະເພນີ ແລະ ບໍ່ໄດ້ໝາຍເຖິງ ຝ່າຍຊາຍຕ້ອງຈ່າຍຄ່າດອງພຽງຝ່າຍດຽວ.

ພາບ​ປ​ະ​ກອບ

ການຄາດຄ່າດອງ ບໍ່ສະເພາະແຕ່ປະເພນີລາວເຮົາ ເທົ່ານັ້ນ ແຕ່ເປັນປະເພນີຮ່ວມບັນດາຫຼາຍປະເທດ ໃນ ພາກພື້ນອາຊີ ເຊິ່ງກົງ ຂ້າມກັບຫຼາຍປະເທດແຖບ ເອີຣົບ ເມື່ອເກີດມີຄວາມ ມັກຮັກ, ສຶກສານິດໄສໃຈ ຄໍກັນຈົນເຫັນວ່າສາມາດ ໃຊ້ຊີວິດຮ່ວມກັນໄດ້ແລ້ວ ກໍຈົດທະບຽນສົມລົດ ແລະ ແຕ່ງດອງສ້າງຄອບຄົວຢູ່ ກິນນຳກັນ ໂດຍບໍ່ຕ້ອງມີຄ່າ ດອງ ຫຼືສິນສອດມອບໃຫ້ ພໍ່ແມ່ແຕ່ທັງຝ່າຍຍິງ ແລະ ຝ່າຍຊາຍຕ້ອງມີຊັບສິນ ພ້ອມທີ່ຈະເບິ່ງແຍງຄູ່ຮັກ ຂອງຕົນໄດ້. 

ຈາກບັນຫາ ແລະ ປາ ກົດການໃນສັງຄົມຜ່ານ ມາເຮົາຄວນຈະມີວິທີແກ້ໄຂໃຫ້ເໝາະສົມເພື່ອໃຫ້ຄູ່ບ່າວ ສາວທີ່ມັກຮັກກັນໄດ້ເປັນ ຄູ່ຜົວເມຍກັນ ແລະ ກາຍເປັນຄອບຄົວທີ່ອົບອຸ່ນບໍ່ສ້າງບັນຫາໃຫ້ແກ່ສັງຄົມ ແທນ ທີ່ຈະມາກັງວົນເລື່ອງຄ່າດອງຈົນເຮັດໃຫ້ຫຼາຍຄູ່ຕ້ອງເສຍໂອກາດສ້າງຄອບຄົວ ແລະ ປະໂຫຍດຕໍ່ສັງຄົມ ສຳລັບຜູ້ຂຽນເຫັນວ່າການຄາດຄ່າ ດອງຄວນໃຫ້ທັງສອງຝ່າຍມອບເງິນເປັນສ່ວນກາງ ເທົ່າໆກັນ ເພາະມັນສະແດງເຖິງຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ໜ້າກົດໝາຍ,ກຽດສັກສີ ແລະ ຮີດຄອງປະເພນີອັນດີງາມ ຢ່າງເທົ່າທຽມກໍອາດເປັນໄປໄດ້./.

ຂຽນໂດຍ:ຄຳ​ພຸດ ​ເທບ​ພະນົມ ໃນ​ໜັງ​ສື​ພິມ​ລາວ​ພັດ​ທະ​ນາ

LEAVE A REPLY

Please enter your comment!
Please enter your name here