ຊາດລາວເຮົາເປັນຊາດທີ່ມີ ປະຫວັດສາດ ອັນສະຫງ່າງາມ ແຫ່ງການກໍ່ສ້າງ ແລະ ປົກປັກຮັກສາ ປະເທດເປັນ ພັນໆປີມາແລ້ວ. ນັບຕັ້ງແຕ່ ປະເທດຊາດ ຂອງພວກເຮົາ ໄດ້ທ້ອນໂຮມ ບັນດາຫົວເມືອງຕ່າງໆ ເຂົ້າເປັນອານາຈັກ ລ້ານຊ້າງ (ປີ 1353) ພາຍໃຕ້ການນຳພາ ຂອງເຈົ້າຟ້າງຸ່ມ ປະເທດລາວ ໄດ້ມີອານາເຂດ ອັນກວ້າງໃຫຍ່ໄພສານ ແລະ ຊາດລາວໄດ້ຢູ່ ໃນຍຸກແຫ່ງຄວາມ ເຂັ້ມແຂງຮຸ່ງເຮືອງ. ໄລຍະຕໍ່ມາ ປະຊາຊົນລາວ ໄດ້ດຳເນີນສົງຄາມ ປົກປັກຮັກສາ ປິຕິພູມ ແລະ ລຸກຮື້ຂຶ້ນຕໍ່ສູ້ ຕ້ານການຮຸກຮານ ແລະ ການຄອບຄອງ ຂອງບັນດາ ກຸ່ມສັກດີນາ ສະຫຍາມ-ພະມ້າ ເພື່ອກອບກູ້ ເອົາອະທິປະໄຕ ແຫ່ງຊາດ ຕັ້ງຫລາຍຄັ້ງ ຕໍ່ ເນື່ອງກັນ. ອັນພົ້ນເດັ່ນ ແມ່ນການຕໍ່ສູ້ ພາຍໃຕ້ການນຳພາ ຂອງເຈົ້າໂພທິ ສະລາດ, ເຈົ້າໄຊຍະເສດຖາທິລາດ.

ນັບແຕ່ສະວະວັດທີ 18 ເປັນຕົ້ນມາ ຍ້ອນຄວາມແຕກແຍກ ພາຍໃນຂອງສັກດີນາ ໄດ້ເຮັດໃຫ້ ອານາຈັກລ້ານຊ້າງເສື່ອມໂຊມລົງ, ປະເທດຖືກຕັດແບ່ງ ແລະ ຖືກສັກດີນາ ສະຫຍາມ ເຂົ້າຮຸກຮານ ແລະ ຄອບຄອງ ແຕ່ປະຊາຊົນລາວ ກໍຍັງສາມັກຄີກັນ ລຸກຮື້ຂຶ້ນຕໍ່ສູ້ ຢ່າງເດັດດ່ຽວອາດຫານ, ອັນພົ້ນເດັ່ນແມ່ນ ຂະ ບວນການລຸກຮື້ຂຶ້ນ ຕໍ່ສູ້ໃນທົ່ວປະເທດໂດຍແມ່ນ ເຈົ້າອານຸ ເປັນຜູ້ນຳພາ (1827-1828).

ໃນໄລຍະທ້າຍສະຕະວັດທີ 19 ພວກລ່າ ເມືອງຂຶ້ນຝຣັ່ງ ໄດ້ເຂົ້າຮຸກຮານ ແລະ ວາງແອກເມືອງຂຶ້ນ ຄອບຄອງປະ ເທດລາວເຮົາ. ໂດຍບໍ່ຍອມ ເປັນຂ້ອຍຂ້າມ້າຕ່າງ ຂອງພວກລ່າເມືອງຂຶ້ນ, ປະຊາຊົນລາວ ບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕ້ານພວກລ່າເມືອງຂຶ້ນ ຢ່າງເນື່ອງນິດລຽນຕິດ ເຊັ່ນ: ຂະບວນການຕໍ່ສູ້ ຂອງປະຊາຊົນ ພາກກາງ ພາຍໃຕ້ການນຳພາ ຂອງພໍ່ກະດວດ (1901-1902), ການລຸກຮື້ ດ້ວຍອາວຸດ ຂອງປະຊາຊົນ ພາກໃຕ້ ທີ່ຢືດເຍື້ອ ເປັນເວລາ 36 ປີ(1901-1937) ພາຍໃຕ້ການນຳພາ ຂອງອົງແກ້ວ ແລະ ອົງກົມມະດຳ, ຂະບວນການຕໍ່ສູ້ ຂອງເຜົ່າມົ້ງຢູ່ ບັນດາແຂວງ ພາກເໜືອ ພາຍ ໃຕ້ການນຳພາ ຂອງເຈົ້າຟ້າປັດໄຈ (1911-1922) ຂະບວນການຕໍ່ສູ້ ດັ່ງກ່າວນັ້ນ ສຸດທ້າຍກໍຖືກ ປະລາໄຊຍ້ອນວ່າ ບໍ່ທັນມີແນວທາງ ປະຕິວັດທີ່ຖືກຕ້ອງ ແລະ ວິທະຍາສາດ, ແຕ່ເຖິງຢ່າງໃດກໍ່ຕາມ ມັນໄດ້ສ້າງ ມູນເຊື້ອຕໍ່ສູ້ ຮັກຊາດອັນອົງ ອາດ ບໍ່ຍອມຈຳນົນ ໃຫ້ແກ່ປະຊາຊົນເຮົາ; ເຊິ່ງໄລຍະຕໍ່ມາ ພັກເຮົາໄດ້ຂຸດຄົ້ນ ແລະ ເສີມຂະຫຍາຍ.

1917 ມະຫາປະຕິວັດສັງຄົມນິຍົມ ເດືອນຕຸລາ ຣັດເຊຍ ພາຍໃຕ້ການນຳພາ ປີຊາສາມາດ ຂອງທ່ານ ເລນິນ ໄດ້ຮັບໄຊຊະນະ ອັນໃຫຍ່ຫລວງ ມັນໄດ້ກາຍເປັນ ບາດກ້າວຂະຫຍາຍຕົວ ຢ່າງກະໂດດຂັ້ນ ທີ່ຍິ່ງໃຫຍ່ ຂອງສັງຄົມມະນຸດ, ເຊິ່ງໄດ້ເປີດສາກ ໃຫ້ແກ່ຍຸກໃໝ່, ຍຸກຂ້າມຜ່ານ ແຕ່ລັດທິທຶນນິຍົມ ຂຶ້ນສູ່ລັດທິ ສັງຄົມນິຍົມ ໃນຂອບເຂດທົ່ວໂລກ.

ໂດຍຊອກເຫັນສັດຈະທຳ ອັນຍິ່ງໃຫຍ່ ຈາກການປະຕິວັດ ເດືອນຕຸລາ ທີ່ວ່າ “ຢາກກູ້ຊາດ ແລະ ປົດປ່ອຍຊາດ ແມ່ນບໍ່ມີເສັ້ນທາງ ອື່ນໃດນອກຈາກ ເສັ້ນທາງຂອງການ ປະຕິວັດກຳມາຊີບ” ປະທານ ໂຮ່ຈີ່ມິງ ນັກຮົບຜູ້ດີເລີດ ຂອງຂະ ບວນການ ກອມມູນິດສາກົນ ໄດ້ນຳເອົາສັດຈະທຳ ອັນຍິ່ງໃຫຍ່ ດັ່ງກ່າວນັ້ນ ເຂົ້າ ມາໃນອິນດູຈີນ. ເຮັດໃຫ້ຂະບວນການປະຕິວັດອິນດູຈີນ ຕິດພັນກັບ ຂະບວນການປະຕິວັດລາວ.

1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ, ອັນນີ້ເປັນຂີດໝາຍແຫ່ງບາດລ້ຽວ ປະຫວັດສາດ ຂອງການປະຕິວັດ ໃນ 3 ປະເທດອິນດູຈີນ; ເຮັດໃຫ້ການຕໍ່ສູ້ ຂອງປະຊາຊົນ ບັນດາປະ ເທດໃນອິນດູຈີນ ມີແນວທາງ, ມີແສງສະຫວ່າງ ເຍືອງທາງ, ເຮັດໃຫ້ການ ປະຕິວັດ ອິນດູຈີນ ຕິດພັນກັບການ ປະຕິວັດ ໂລກ ແລະ ນັບແຕ່ນັ້ນ ເປັນຕົ້ນມາ ການປະຕິວັດລາວ ບັນດາເຜົ່າ ໄດ້ກ້າວເຂົ້າສູ່ ໄລຍະໃໝ່, ຄຸນນະພາບອັນໃໝ່.

1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊີ້ນຳ-ນຳພາ ການຕໍ່ສູ້ ການປະຕິວັດ ຂອງປະຊາຊົນໂດຍກົງ. ບັນດານັກຮົບ ກອມມູນິດ ຜູ້ທຳອິດຂອງລາວ ເຮົາໄດ້ເອົາຕົວ ເຈືອຈານເຂົ້າໃນ ໝູ່ມະຫາຊົນ ເພື່ອໂຄສະນາຂົນ ຂວາຍ ແລະ ເຜີຍແຜ່ລັດທິ ມາກ-ເລນິນ ໂດຍທາງລັດ ດ້ວຍຄວາມໝັ້ນໜຽວ ເສຍສະລະ, ບັນດາສະຫາຍ ເຫລົ່ານັ້ນເຂົ້າ ໄປກໍ່ສ້າງຮາກຖານ ຂອງພັກຢູ່ບໍ່ແຮ່, ໂຮງຈັກໂຮງງານ, ໃນໂຮງຮຽນ, ໃນຕົວເມືອງ, ໃນຊົນນະບົດ, ຄ້າຍທະຫານ ໄດ້ເຕົ້າໂຮມ ເອົາປະຊາຊົນ ຊັ້ນຄົນຕ່າງໆ ປຸກລຸກ ແລະ ຈັດຕັ້ງມະຫາຊົນ ລຸກຂຶ້ນຕໍ່ສູ້ ຕ້ານພວກລ່າ ເມືອງຂຶ້ນຝຣັ່ງ.

1939 ສົງຄາມໂລກຄັ້ງທີ 2 ເກີດຂຶ້ນ. ປະເທດຝຣັ່ງ ຖືກພວກ ຟາດຊິດ ເຢຍລະມັນ ຢຶດຄອງຢູ່ ອິນດູຈີນ ພວກລ່າເມືອງຂຶ້ນຝຣັ່ງ ຍອມຈຳນົນ ຕໍ່ຂຸນເສິກຍີ່ປຸ່ນ. ໂດຍກຳແໜ້ນ ກາລະໂອກາດ ອັນອຳນວຍ, ພັກກອມມູນິດ ອິນດູຈີນ ໄດ້ປຸກລະດົມ ຂະບວນການຕໍ່ສູ້ ຂອງປະຊາຊົນ ກ້າວຂຶ້ນຍາດ ເອົາໄຊຊະນະ.

ນັບແຕ່ປີ 1942 ເປັນຕົ້ນມາ ໂດຍປະຕິບັດ ຕາມທິດທາງ ແລະ ແຜນນະໂຍບາຍ ຂອງພັກ, ຄະນະພັກ ແຄວ້ນລາວ ໄດ້ຮັບການຟື້ນຟູ ແລະ ຂະບວນການ ປະຕິວັດ ໄດ້ຮັບການ ຂະຫຍາຍຕົວ ຢ່າງໄວວາໄປພ້ອມ ກັບການປຸກລະດົມ ທາງລັດ ກໍມີຂະບວນການ ຕໍ່ສູ້ເປີດເຜີຍ ຂອງມະຫາຊົນ ເກີດຂຶ້ນຢູ່ ຫລາຍ ບ່ອນເຊັ່ນ: ຂະບວນການ ຕໍ່ສູ້ກຳມະກອນ ບໍ່ແໜ່ງໂພນຕິ້ວ, ຂະບວນການ ຕໍ່ສູ້ຂອງໂຮງງານ ຕ່ຳແຜ່ນຄ້າຍກາຟາ (CA FFA) ຢູ່ວຽງຈັນ. ອົງການຈັດຕັ້ງ ລາວເອກະ ລາດ ຮ່ວມສຳພັນ ໄດ້ເຄື່ອນໄຫວ ວຽກຕັ້ງໜ້າ ໄດ້ເຕົ້າໂຮມ ເອົາທຸກກຳລັງ ທີ່ສາມາດ ເຕົ້າໂຮມໄດ້ ເຂົ້າຮ່ວມການຕ້ານ ຝຣັ່ງ ຂັບໄລ່ຍີ່ປຸ່ນ ກອບກູ້ເອົາ ເອກະລາດ.

ວັນທີ 9/3/1945 ກອງທະຫານ ຍີ່ປຸ່ນ ໄດ້ໂຄ່ນລົ້ມ ແລະ ຂັບໄລ່ ພວກຝຣັ່ງ ອອກຈາກອິນດູຈີນ. ຈາກສະພາບ ການດັ່ງກ່າວນັ້ນ ພັກກອມມູນິດ ອິນດູຈີນ ໄດ້ຊີ້ບອກແຈ້ງວ່າ: ເວລານີ້ ພວກຂຸນເສິກ ຍີ່ປຸ່ນ ໄດ້ກາຍມາເປັນ ສັດຕູຕົ້ນຕໍ ແລະ ໂດຍກົງຂອງ ປະຊາຊົນ ອິນດູຈີນ ແລະ ໃຫ້ທິດທາງ ການຕໍ່ສູ້ ຢ່າງ ທັນການ ໂດຍປຸກລະດົມ ຂະບວນການ ສຸມໃສ່ຕ້ານ ພວກຂຸນເສິກ ຍີ່ປຸ່ນ.

1945 ກອງທັບແດງໂຊວຽດ ໄດ້ຜາບແພ້ຟາດຊິດ ເຢຍລະມັນ, ອີຕຣາລີ ແລະ ຍີ່ປຸ່ນ ບັງຄັບໃຫ້ ພວກເຂົາເຈົ້າ ຕ້ອງຍອມຈຳນົນ ຢ່າງບໍ່ມີເງື່ອນໄຂ, ກອງທັບທະຫານ ຍີ່ປຸ່ນ ທົ່ວອິນດູຈີນ ຕົກຢູ່ໃນສະພາວະ ອົນລະຫົນ. ພັກກອມມູນິດອິນດູຈີນ ຕົກລົງປຸກລະດົມ ທົ່ວປວງຊົນ ລຸກຮື້ຂຶ້ນ ຍາດອຳນາດ ການປົກຄອງ ຢູ່ອິນດູຈີນ. ຢູ່ຫວຽດນາມ ການປະຕິວັດ ເດືອນສິງຫາ ໄດ້ຮັບໄຊຊະນະ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມຂຶ້ນ ເຊິ່ງເປັນລັດ ກຳມະກອນ-ຊາວນາ ທຳອິດຢູ່ ໃນອາຊີ ອາຄະເນ (ໃນວັນທີ 2/9/ 1945).

ຢູ່ປະເທດເຮົາໂດຍກຳແໜ້ນ ກາລະໂອກາດ ປະຫວັດສາດ ອັນອຳນວຍ ທີ່ສຸດນັ້ນ ພັກເຮົາໄດ້ ເດັດດ່ຽວນຳພາ ປະຊາຊົນລຸກຮື້ຂຶ້ນ ຢຶດອຳນາດ ການປົກຄອງ ໃນທົ່ວປະເທດ ອອກຈາກການ ຢຶດຄອງພວກ ຟາດຊິດ ຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງ. ຂະບວນການ ຢຶດອຳນາດ ຢູ່ວຽງຈັນ ໄດ້ເລີ່ມຈາກ ຂະບວນການ ຕໍ່ສູ້ຂອງ ກຳ ມະກອນ ໂຮງງານ 500 ຄົນ ທວງໃຫ້ຂຶ້ນ ເງິນເດືອນ ແລະ ຂັບໄລ່ ຫົວໜ້າຍີ່ປຸ່ນ, ມອບໂຮງງານ ໃຫ້ແກ່ຄົນລາວ. ໃນວັນທີ 23 ສິງຫາ ໄດ້ມີການໂຮມ ຊຸມນຸມມິດຕິງ ເຊິ່ງມີຄົນເຂົ້າຮ່ວມ ໝື່ນກວ່າຄົນ, ຕົວແທນຂອງ ກຳລັງປະຕິວັດ ໄດ້ຂຶ້ນອະທິບາຍ ຊີ້ແຈງແຜນນະໂຍບາຍປົດປ່ອຍຊາດ ຂອງພັກ ແລະ ຮຽກຮ້ອງ ໃຫ້ປະຊາຊົນ ທັງ ຊາດສາມັກຄີກັນ ເດັດດ່ຽວຕໍ່ສູ້ ເອົາເອກະລາດ ແລະ ອິດສະລະ ພາບອັນແທ້ຈິງ ມາໃຫ້ປະເທດຊາດ.

ຈາກນັ້ນການຢຶດອຳນາດ ໄດ້ແຜ່ລາມໄປ ໃນຫລາຍແຂວ ງເປັນຕົ້ນຢູ່ ສະຫວັນນະເຂດ ໄດ້ໂຄ່ນລົ້ມ ການປົກຄອງເກົ່າ, ສ້າງຕັ້ງອຳນາດ ການປົກຄອງ ປະຕິວັດຂຶ້ນແທນ ໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກ ໃນວັນ ທີ 1 ກັນຍາ; ຢູ່ຊຳ ເໜືອ ແຕ່ວັນທີ 26 ສິງຫາ ເຖິງຕົ້ນ ເດືອນຕຸລາ ມີຂະບວນການ ບຸກເຂົ້າ ໂຈມຕີ ກອງທະຫານ ຂອງພວກຮຸກຮານ ແລະ ຢືດເອົາຕົວເມືອງ.

ໃນໄລຍະບໍ່ເຖິງ 1 ເດືອນປະຊາຊົນລາວ ໃນທົ່ວປະເທດ ໄດ້ພ້ອມກັນ ລຸກຮື້ຂຶ້ນ ໂຄ່ນລົ້ມອຳນາດ ການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດ ການປົກຄອງ ປະຕິວັດ ຂອງຕົນຂຶ້ນ ຢູ່ຫລາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງກຳລັງ ປະກອບອາວຸດ ປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆ ເຊັ່ນ: ຢູ່ເມືອງວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຽງຂວາງ, ຊຳເໜືອ ແລະ ຫລວງ ພະບາງ.

ວັນທີ 8/10/1945 ກອງປະຊຸມໃຫຍ່ ຜູ້ແທນຄະນະ ກຳມະການ ປະຊາຊົນ (ປະຊາສາມັນ) ໄດ້ຮຽກຮ້ອງໂຮມປະຊຸມຢູ່ ທີ່ວຽງຈັນ ເພື່ອປຶກສາຫາລື ການສ້າງຕັ້ງ ລັດຖະບານກາງ ແລະ ອອກຮ່າງລັດ ຖະທຳມະນູນ ຊົ່ວຄາວ.

ວັນທີ 10/10/1945 ກອງປະຊຸມໃຫຍ່ ຄະນະກຳມະການ ປະຊາຊົນ (ປະຊາສາມັນ) ໄດ້ເປີດຂຶ້ນ ຮຽກຮ້ອງ ປະຊຸມເປັນຄັ້ງທີ 2, ຕົກລົງສ້າງຕັ້ງ ລັດຖະບານ ເອກະລາດ ອິດສະລະຊົ່ວຄາວ ເລືອກເອົາ ສະເດັດເຈົ້າ ເພັດຊະລາດ ເປັນປະມຸກ ແຫ່ງຊາດ ເພື່ອນຳພາ ປະເທດລາວ.

ວັນທີ 12 ຕຸລາ 1945 ທີ່ງານໂຮມຊຸມນຸມ ມິດຕິງໃຫຍ່ ເຊິ່ງມີປະຊາຊົນລາວ 2 ໝື່ນກວ່າຄົນ ເຂົ້າຮ່ວມຈັດຂຶ້ນ ທີ່ເດີ່ນກິລາວຽງຈັນ, ລັດຖະບານລາວ ອິດສະລະ ທີ່ເປັນສັນຍະລັກ ໃຫ້ແກ່ວົງຄະນະຍາດ ແຫ່ງຊາດ ໄດ້ສະເໜີຕົວ ຕໍ່ຊາວນະຄອນ ຫລວງວຽງຈັນ. ຜູ້ແທນຂອງ ລັດຖະບານຊົ່ວຄາວ (ລັດຖະບານ ອິດສະລະ) ໄດ້ຂຶ້ນອ່ານຄຳ ປະກາດເອກະລາດ ຂອງປະເທດລາວ ຕໍ່ໂລກຢ່າງ ເປັນທາງການ ປະກາດໂຮມ ແຜ່ນດິນລາວ ເປັນເອກະພາບ, ຖະແຫລງການກ່ຽວກັບການ ປ່ຽນແປງການ ປົກຄອງ, ລົບລ້າງທຸກໆສັນຍາ ທີ່ລາວໄດ້ເຊັນ ກັບຝຣັ່ງກ່ອນນັ້ນ, ປະກາດໃຊ້ ລັດຖະທຳມະນູນ ສະບັບທຳອິດ, ປະກາດໃຊ້ທຸງຊາດ ສາມສີ (ເຊິ່ງໄດ້ໃຊ້ ຕະຫລອດມາ ເຖິງປັດຈຸບັນນີ້) ປະກາດແຕ່ງຕັ້ງ ຄະນະລັດຖະບານ ຊົ່ວຄາວ, ໃນນັ້ນສະເດັດເຈົ້າ ສະພານຸວົງ ໄດ້ຮັບແຕ່ງຕັ້ງ ເປັນລັດຖະມົນຕີ ວ່າການກະຊວງ ການຕ່າງປະ ເທດ ແລະ ຕໍ່ມາຍັງໄດ້ ດຳລົງຕຳແໜ່ງ ເປັນຜູ້ບັນຊາ ການທະຫານສູງສຸດ ອີກດ້ວຍ.

ການປະກາດເອກະລາດວັນທີ 17 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກ ໄດ້ຮັບຮູ້ດິນແດນ ອັນຄົບຖ້ວນ, ຄົນລາວປະຊາ ຊົນລາວ ແລະ ລັດຖະບານ ຊົ່ວຄາວຂອງລາວ. ປະຊາຊົນລາວເຮົາ ກໍໄດ້ຖືເອົາວັນ ປະກາດ ເອກະລາດ ດັ່ງກ່າວນັ້ນ ເປັນວັນຊາດຂອງຊາດ. ຈົນມາເຖິງປີ 1975 ປະເທດຊາດເຮົາ ໄດ້ຮັບການ ປົດປ່ອຍຢ່າງ ສົມບູນ ແລະ ໄດ້ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ຖື ເອົາວັນທີ 2 ທັນວາ ເປັນວັນຊາດ ຂອງຊາດຈົນ ເຖິງປັດຈຸບັນນີ້.

ການປະກາດປະເທດລາວເປັນ ເອກະລາດວັນທີ 12 ຕຸລາ 1945 ເປັນໄຊຊະນະ ທີ່ມີຄວາມໝາຍ ປະຫວັດສາດ ອັນສຳຄັນທີ່ສຸດ, ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: “ນີ້ເປັນເທື່ອທຳອິດ ທີ່ປະຊາຊົນເຮົາ ໄດ້ກາຍເປັນເຈົ້າ ຂອງປະເທດຊາດ ແລະ ຊາຕາກຳ ຂອງຕົນເອງ ພາຍຫລັງ 100 ກວ່າປີ ທີ່ມີຊີ ວິດ ຢູ່ພາຍໃນ ແອກແຫ່ງການ ເປັນຂ້ອຍຂ້າ ແລະ ປະເທດຊາດ ຖືກຕັດແບ່ງ. ໄຊຊະນະດັ່ງກາວ ນັ້ນເປີດສາກ ໃຫ້ແກ່ສັງກາດໃໝ່, ສັງກາດທີ່ ປະຊາຊົນເຮົາ ໄດ້ຮັບການ ປຸກລະດົມ ແລະ ຕື່ນຕົວເຂົ້າ ຮ່ວມການຕໍ່ຕ້ານ ເອົາເປັນເອົາຕາຍ ກັບສັດຕູ ເພື່ອກອບກູ້ ປະເທດຊາດ ບ້ານເມືອງ. ພ້ອມກັນນັ້ນ ກໍ່ເປັນການ ໄຂ ສັງກາດໃໝ່ ໃຫ້ແກ່ສາຍພົວພັນ ພິເສດລະຫວ່າງ ລາວ-ຫວຽດນາມ, ສາມັກຄີ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເພື່ອເປົ້າໝາຍລວມ ຂອງທັງສອງຊາດ.

ໄຊຊະນະດັ່ງກ່າວນັ້ນ ເປັນໄຊຊະນະ ແຫ່ງການນຳພາ ອັນຖືກຕ້ອງ ສະຫລາດສ່ອງໃສ ຂອງພັກກອມ ມູນິດອິນດູຈີນ ແມ່ນໝາກຜົນ ແຫ່ງການເສີມຂະຫຍາຍ ມູນເຊື້ອຮັກຊາດ, ເດັດດ່ຽວຕໍ່ສູ້ ບໍ່ຍອມຈຳນົນ, ນ້ຳໃຈສາມັກຄີ ແໜ້ນແກ່ນຂອງປະຊາຊົນລາວ ທັງຊາດເຂົ້າໃນ ການຕໍ່ສູ້ ກອບກູ້ ເອກະລາດ ແຫ່ງຊາດ; ແມ່ນໄຊຊະນະ ແຫ່ງຄວາມສາມັກຄີ ຕໍ່ສູ້ອັນແໜ້ນແກ່ນ ຂອງປະຊາຊົນ 3 ປະເທດ ໃນອິນດູຈີນ.

ຈາກໄຊຊະນະດັ່ງກ່າວໄດ້ ເຮັດໃຫ້ພັກ ແລະ ປະຊາຊົນລາວ ມີປະສົບການຫລາຍຢ່າງ, ສ້າງໃຫ້ພັກ ມີກຳລັງ ປະຕິວັດ ໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມ ເຊື່ອໝັ້ນຕໍ່ ໄຊຊະນະ ໃນການຕໍ່ສູ້ ຕ້ານພວກລ່າ ເມືອງຂຶ້ນຝຣັ່ງ ທີ່ກັບຄືນມາຮຸກຮານລາວ ເທື່ອໃໝ່ ແລະ ຕ້ານການແຊກແຊງ ຂອງຈັກກະພັດ ອາເມລິກາ.

ພາຍຫລັງສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ອົງຄະນະພັກ, ອົງການປົກຄອງ ນະຄອນ ຫລວງ ແຕ່ລະສະໄໝ ໄດ້ນຳພາ ປະຊາຊົນປະຕິບັດ ສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາ ນະຄອນ ຫລວງ ມີຜົນສຳເລັດ ເປັນກ້າວໆມາ.

ທີ່​ມາ: facebook.com/836408469877369

LEAVE A REPLY

Please enter your comment!
Please enter your name here