Saturday, April 20, 2024
Lenovo

ບໍ່​ທຳ​ມະ​ດາ! ຜະລິດຕະພັນລາວ ໄດ້ຮັບຫຼຽນເງິນລະດັບສາກົນ

ບໍລິສັດ ອຸດສາຫະກຳກະເສດອິນຊີ ລາວ ຈໍາກັດ ຈັດງານສະເຫຼີມສະຫຼອງ ລາງວັນຫຼຽນເງິນຈາກອົງການ IWSC ປະເທດອັງກິດ ຂອງຜະລິຕະພັນ LAODI ພາຍຫຼັງທີ່ຜູ້ປະກອບການມີຄວາມຕັ້ງໃຈ ແລະ ຄວາມພະຍາຍາມຢ່າງຕັ້ງ ໜ້າເພື່ອຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນ ເຫຼົ້າໂຣມ ຈາກນໍ້າອ້ອຍສົດມາເປັນເວລາ 13 ປີ. 

ຈາກຜົນການໄດ້ຮັບລາງວັນດັ່ງກ່າວ LAODI ສາມາດເປັນຜະລິດຕະພັນຕົວແບບທີ່ນໍາໃຊ້ວັດຖຸດິບພາຍໃນເພື່ອ ສ້າງມູນຄ່າເພີ່ມໃຫ້ມີຫຼາຍສີສັນ ໂດຍເນັ້ນຄຸນນະພາບການອອກແບບ ການຫຸ້ມຫໍ່ ໄດ້ຕາມມາດຕະຖານສາກົນ ເພື່ອໃຫ້ຕະ ຫຼາດໂລກຍອມຮັບ ນອກນັ້ນທາງບໍລິສັດຍັງໄດ້ນໍາເອົາໝາກໄມ້ນາໆຊະນິດທີ່ມີໃນປະເທດລາວເຊັ່ນ: ໝາກພ້າວ ໝາກ ໜອດ ໝາກໝັ້ນ ແລະ ກາເຟ ມາຜະລິດເປັນສິນຄ້າ ສໍາລັບຜະລິດຕະພັນທີ່ໄດ້ຮັບຫຼຽນເງິນໃນຄັ້ງນີ້ ປະກອບມີ ເຫຼົ້າໂຣມ ຂາວ ນໍ້າອ້ອຍສົດ 42% ແລະ ເຫຼົ້າໂຣມ ຣົດຊາດນໍ້າອ້ອຍ 25%. 

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກໍາ-ການຄ້າ ກ່າວວ່າ: ການໄດ້ຮັບລາງວັນ ຄັ້ງນີ້ ແມ່ນໝາຍເຖິງການຮັບຮູ້ເຖິງຄຸນນະພາບຂອງຜະລິດຕະພັນ ເຊິ່ງສະແດງໃຫ້ເຫັນວ່າ ສປປ ລາວ ເຮົາກໍສາມາດ ຜະ ລິດສິນຄ້າຕາມເງື່ອນໄຂຂອງມາດຕະຖານສາກົນ ຢ່າງໃດກໍຕາມ ລັດຖະບານຍັງສືບຕໍ່ສົ່ງເສີມການຜະລິດເປັນສິນຄ້າ ສ້າງສິນຄ້າໃຫ້ມີຄຸນນະພາບໄດ້ຕາມມາດຖານເງື່ອນໄຂຂອງສາກົນ ເຊິ່ງໃນ 8 ມາດຕະການກະຕຸ້ນເສດຖະກິດຂອງລັດຖະ ບານ ກໍໄດ້ເນັ້ນໃຫ້ນໍາໃຊ້ຄວາມຮູ້ດ້ານເຕັກນິກ ເຕັກໂນໂລຊີທັນສະໄໝ ແລະ ນະວັດຕະກໍາເຂົ້າໃນການຜະລິດ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນທຸລະກິດພາຍໃນ ນອກນັ້ນ ລັດຖະບານຍັງສືບຕໍ່ສ້າງເງື່ອນໄຂທີ່ອຳນວຍຄວາມສະ ດວກໃນການດໍາເນີນທຸລະກິດຢູ່ໃນ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ ແລະ ນະໂຍບາຍ 3 ເປີດ ເພື່ອເຮັດໃຫ້ຕົ້ນ ທຶນການຜະລິດຂອງລາວຕໍ່າລົງ ສາມາດແກ່ງແຍ່ງແຂ່ງຂັນກັບປະເທດເພື່ອບ້ານ ພາກພື້ນ ແລະ ສາກົນ. 

ທ່ານ ສີຫັດຖະ ຣາຊພົນ ຜູ້ບໍລິຫານຝ່າຍການຕະຫຼາດ ບໍລິສັດ ອຸດສາຫະກຳກະເສດອິນຊີ ລາວ ຈໍາກັດ ກ່າວວ່າ: ສໍາລັບຜະລິດຕະພັນຂອງພວກເຮົາ ສາມາດສົ່ງອອກຫຼັກໆແມ່ນປະເທດຍີ່ປຸ່ນ ສະວິດ ໄຕ້ຫວັນ ເຢຍລະມັນ ໄທ ແລະ ມີແຜນ ທີ່ຈະສົ່ງອອກໄປສະຫະລັດອາເມຣິການໍາອີກ. 

ງານສະຫຼອງລາງວັນລາງວັນດັ່ງກ່າວໄດ້ ຈັດຂຶ້ນທີ່ໂຮງແຮມຄຣາວ ພລາ ຊາ ໂດຍການເຂົ້າຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ທ່ານ ອິກູໂຊະ ອິໂນອຸແອະ ປະທານຜູ້ບໍລິຫານບໍລິສັດອຸດສາ ຫະກຳກະເສດອິນຊີ ລາວ ຈໍາກັດ ພ້ອມດ້ວຍບັນດາແຂກຖືກເຊີນ.

ທີ່​ມາ: facebook.com/803920483330777

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ວິທີແກ້ອາການເມົາຄ້າງ ໃຫ້ລຸກຂຶ້ນໄປເຮັດວຽກຕໍ່ໄດ້.

ກິນລ້ຽງໜັກແລ້ວຕື່ນເຊົ້າມາມີອາການເມົາຄ້າງ ບໍ່ຢາກລຸກອອກຈາກບ່ອນ ແຕ່ຕ້ອງລຸກຂຶ້ນໄປເຮັດວຽກ ຄວນ​ເຮັດ​ແນວ​ໃດ? ມື້ນີ້ເຮົາ​ມີ 5 ວິທີ​ແກ້​ອາການ​ເມົາ​ຄ້າງ ທີ່ຈະຊ່ວຍໃຫ້ທ່ານກຽມພ້ອມທີ່ຈະໄປເຮັດວຽກໄດ້.

ວິທີການປ້ອງກັນຜິວຈາກແສງແດດ ໃນ​ໄລ​ຍະ​ຊ່ວງບຸນປີໃໝ່ນີ້.

ແສງແດດແມ່ນສັດຕູທີ່ອັນຕະລາຍທີ່ສຸດຂອງຜິວໜັງ ໂດຍສະເພາະໃນຊ່ວງບຸນຫຼິ້ນນໍ້າແບບນີ້ບວກກັບທີ່ອາກາດຢູ່ລາວເຮົາຮ້ອນຫຼາຍ ແລະ ແດດແຮງ, ການປົກປ້ອງຜິວຈາກແສງແດດຈຶ່ງເປັນສິ່ງສຳຄັນ. ມື້ນີ້ດຮົາເລິຍຈະມາແນະນໍາເທັກນິກປ້ອງກັນຜິວຈາກແສງແດດງ່າຍມາໃຫ້ທຸກຄົນໄດ້ໃຊ້.

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.