​ກວ່າ 1 ປີ​ປາຍ​ແລ້ວ ພື້ນ​ທີ່​ດິນ​ເປົ່າ​ຫວ່າງຢູ່​ແຄມ​ແມ່​ນ້ຳ​ຂອງ ​ນະ​ຄອນ​ຫຼວງວຽງຈັນ ຖືກແປງເປັນຮ້ານ​ອາ​ຫານ​ ເດທູ​ໄນ ແລະ​​ໄດ້ຜົນ​ຕອບ​ຮັບ​​ແມ່ນດີເກີນ​ຄາດ.

ສຳ​ລັບໃຜ ​ທີ່​ເຄີຍ​ມາ​ສຳ​ຜັດ​ຮ້ານ​ອາ​ຫານ​ແຫ່ງນີ້​ແລ້ວ, ຈະ​ຮູ້​ສຶກ​ເຖິງ​ຄວາມ​ແຕກ​ຕ່າງ​ກໍ​ຄື ທາງ​ຮ້ານ​ໄດ້​ເອົາ​ຕູ້​ຄອນ​ເທນ​ເນີ່​ມາ​ເຮັດ​ເລີຍທັງ​ໝົດ ຖື​ວ່າ​ເປັນ​ຮ້ານ​ທຳ​ອິດ​ແລະ​ຮ້ານ​ດຽວ​ໃນ​ວຽງ​ຈັນ​ທີ່​ເຮັດ​ແບບນີ້. ພ້ອມ​ດ້ວຍ​ການ​ດີ​ຊາຍ​ທີ່​ແຕກ​ຕ່າງ​ແບບ ໂມ​ເດິນ​ລ໋ອບ.

ທ່ານ​ນາງ ສິ​ລິ​ການ ຈັນ​ງາມ ໜຶ່ງ​ໃນສາມ​ຮຸ້ນ​ສ່ວນ​ເຈົ້າ​ຂອງ​ ຮ້ານອາ​ຫານ ເດ​ທູ​ໄນ ເວົ້ານຳອິນ​ໄຊ​ລາວວ່າ ພື້ນທີ່​ເປົ່າ​ຫວ່າງ​ບ່ອນນີ້ ເປັນພື້ນ​ທີ່​ດິນ​ທີ່ລາວ​ບໍ່​ຢາກ​ຂາຍ​ອອກ ທີ່​ສຳ​ຄັນ​ທຳ​ເລ​ຍັງ​ຢູ່​ແຄມ​ແມ່​ນ້ຳ​ຂອງ ​ເຊິ່ງເປັນ​ໂຊນ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ທາງ​ເສດ​ຖະ​ກິດໃນ​ນະ​ຄອນ​ຫຼວງວຽງ​ຈັນ. ຈຶ່ງມີ​ຄວາມ​ຝັນ​ແລະ​ຄວາມ​ຕັ້ງ​ໃຈ​ຮ່ວມ​ຮຸ້ນທັງ​ໝົດ 3 ຮຸ້ນ​ສ່ວນ​ດ້ວຍ​ກັນ ເຮັດຮ້ານນີ້​ເກີດຂຶ້ນໃນ​ຕົ້ນ​ປີ 2017.

​ລູກ​ຄ້າ​ທີ່​ມາ​ໃຊ້​ບໍ​ລິ​ການຮ້ານ​ອາ​ຫານ​ ເດທູ​ໄນ ເກືອບ 70% ແມ່ນ​ເປັນ​ຄົນ​ລາວ ທີ່​ຢູ່​ໃນ​ໄວ​ທຳ​ງານ ​ມັກ​ມາ​ກິນ​ໃນ​ວັນ​ປົກ​ກະ​ຕິ ສຳລັບ​ວັນ​ເສົາ-ອາ​ທິດ ມັກ​ຈະ​ເປັນ​ຄອບ​ຄົວ ແລະ​ໃນ​ຕອນ​ກາງ​ຄືນ ແມ່ນ​ກຸ່ມ​ໝູ່​ເພື່ອນ ນັດ​ກັນ​ມາ​ສ້າງ​ສັນ​ໃນ​ງານ​ວັນ​ເກີດ ຫຼືງານ​ທົ່ວໆ​ໄປ. ນອກນີ້​ຄົນ​ທີ່​ມາ​ຮັບ​ປະ​ທານ​ອາ​ຫານ ຈະ​ມີ​ນັກ​ທ່ອງ​ທ່ຽວ​​ຈາກ​ປະ​ເທດ​ເກົາຫຼີ, ຈີນ​, ໄທ ແລະ​ຝ​ຣັ່ງ.

ທີ່​ໃສ່​ຊື່​ວ່າ ເດ​ທູ​ໄນ ເພາະ​ວ່າ​ທາງ​ຮ້ານ ແມ່ນ​ເປີດ 2 ຊ່ວງ​ຄື ຕອນ​ເຊົ້າ​ເວ​ລາ 7:00- 23:30 ໂມງ​ກາງ​ຄືນ. ອາ​ຫານ​ທີ່​ເປັນ​ຈຸດ​ເດັ່ນ​ຫຼັກ​ທາງ​ຮ້ານ ແມ່ນ​ອາ​ຫານ​ຫວຽດ​ນາມ ເພາະ​ວ່າ​ທາງ​ເຈົ້າ​ຂອງ ​ຮ້ານມັກ​ເຮັດ​ອາ​ຫານ​ຫວຽດ​ນາມ​ສູ່​ຄອບ​ຄົວ​ກິນ​ເປັນ​ຫຼັກ ນອກນີ້, ທາງ​ຮ້ານ​ຍັງ​ມີ​ອາ​ຫານ​ຝ​ຣັ່ງ ແລະ​ອາ​ຫານ​ໄທ​ໄວ້​ຄອຍ​ບໍ​ລິ​ການ​ນຳ​ດ້ວຍ.

ເລີ່ມຈາກຫ້າ ມາເປັນຫລາຍສິບ

ສອງເດືອນເລີ່ມຕົ້ນ ພວກເຮົາມີພຽງແຕ່ 5 ເມນູເທົ່ານັ້ນ” ທ່ານ​ນາງ ສິ​ລິ​ການ ກ່າວ

ຮ້ານອາຫານເດທູໄນເຮົາ ເປັນແບບໂມເດິນລ໋ອກ ແຕ່ເຮົາປ່ຽນແນວໃໝ່ ບໍ່ໄດ້ຂາຍອາຫານຝຣັ່ງ ເຮົາຂາຍອາຫານຫວຽດນາມ ເປັນຫຼັກ ເປັນຄາເຟ່ທີ່ໃຜກິນກໍໄດ້ ລາຄາບໍ່ແພງ, ແຊບ ເດັກນ້ອຍກໍກິນໄດ້ ຜູ້ໃຫຍ່ກໍກິນດີ. ເຮົາເຮັດຮ້ານອາຫານ ໃນຊ່ວງເລີ່ມຕົ້ນ ເມນູບໍ່ຕ້ອງຫຼາຍກໍໄດ້

ສຳຫລັບອາຫານ​ຫວຽດ​ນາມທີ່ນີ້ ມີຄວາມພິດເສດຄືການທີ່ບໍ່ໄດ້ເອົາສູດ​ຕົ້ນ​ຕຳ​ລັບ 100% ມາເຮັດ​ເປັນ​ອາ​ຫານ​ທີ່​ຄົນ​ລາວ​ສາ​ມາດ​ກິນ​ໄດ້ ແລະ​ລາ​ຄາບໍ່​ແພງ​ນຳ​ອີກ​ດ້ວຍ. ປັດ​ຈຸບັນ ຮ້ານມີລາຍການອາຫານໃຫ້ເລືອກຫລາຍສິບລາຍການ ແມ່ນ ເຂົ້າ​ປຽກ, ບໍ​ບຸນ, ຢໍ່​ຈືນ, ຢໍ່​ຂາວ ທີ່​ຄົນ​ລາວ​ເຮົາ​ລຶ້ງ​ເຄີຍ​ຮັບ​ປະ​ທານ​ກັນ​ຢູ່​ແລ້ວ ນອກຈາກນີ້ ​ທາງ​ຮ້ານຍັງ​ມີ​ສູດລັບ​ແລະ​ລົດ​ຊາດ​ທີ່ມາ​ແຕ່​ບ່ອນນີ້​ເທົ່າ​ນັ້ນ​ຈຶ່ງ​ສຳ​ຜັດ​ໄດ້​ເຖິງຄວາມ​ແຕກ​ຕ່າງ ແມ່ນ ບັ່ນ​ບ໋ວນ​ລ໋ອບ ທີ່ມີ​ຄວາມ​ຄ້າຍ​ຄື​ກັບ​ກຽວ​ໃສ, ກຽວ​ໜຶຶ້ງ ແລະ ມີອາຫານ​ຫວຽດ​ນາມທີ່ແນະນຳອີກຕື່ມ ແມ່ນ ຫມ້ຽງຫວຽດນາມ, ເຂົ້າຫັກພິເສດ, ແລະບຸນຈາ.

ຫລື​ໃຜ​ທີ່​ຢາກ​ສັ່ງ​ອາ​ຫານ​ລາວ ກໍ່ມີ ປະ​ເພດ​ຕຳ ​ເຊັ່ນ ຕຳ​ໝາກ​ຫຸ່ງ, ຕຳ​ໝີ່…ເປັນ​ຕົ້ນ.

ທ່ານ​ນາງ ສິ​ລິ​ການ ກ່າວຢ້ຳວ່າ ສິ່ງ​ທີ່​ສຳ​ຄັນ​ໃນ​ການ​ເຮັດ​ອາ​ຫານນັ້ນ​ກໍ​ຄື ວັດ​ຖຸ​ດິ​ບ ຕ້ອງຄັດ​ສັນ​ເອົາ​ສິ່ງ​ທີ່​ດີ​ທີ່​ສຸດ​ມາ​ໃຫ້​ລູກ​ຄ້າ​ໄດ້​ຮັບ​ປະ​ທານ. ຖື​ຫຼັກ​ວ່າ ເຮັດ​ອາ​ຫານ​ໃຫ້​ລູກ​ຄ້າ ກໍ​ຄື​ກັບ​ເຮັດ​ໃຫ້​ເຮົາ​ກິນ​ເອງ. ລົດຊາດອາຫານ​ຕ້ອງແຕກຕ່າງ ແລະເປັນມາດຕະຖານດຽວ​ສະ​ເໝີ. ທາງ​ເດ​ທູ​ໄນ ໃສ່ໃຈໃນທຸກລາຍລະອຽດຂອງວັດຖຸດິບ ເຊັ່ນວັດຖຸດິບນຳເຂົ້າ ຈຳ​ພວກຊີ້ນງົວ, ກຸ້ງ, ຊາຂຽວຍີ່ປຸ່ນ ແລະຜົງໂກໂກ້ຈາກປະ​ເທດຝຣັ່ງ.

ສິ່ງ​ທີ່​ສຳ​ຄັນ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ເຮັດ​ອາ​ຫານ​ກໍ​ຄື ສູດ​ຂອງ​ອາ​ຫານ​ ທາງ​ຮ້ານແມ່ນ​ເປັນ​ຜູ້ຄວບ​ຄຸມ​ເອງ ​ມີ​ການ​ເທຼນ​ຄົນ​ເຮັດ​ຢ່າງ​ຄັກ​ແນ່! ບໍ່​ໄດ້​ເອົາ​ສູດ​ມາ​ຈາກ​ໃສ ແຕ່​ຄິດ​ຄົ້ນ​ຂຶ້ນ​ເອງ​ທັງ​ໝົດ

ເຮົາ​ຮັບ​ພະ​ນັກ​ງານ​ມາແລ້ວ​ກໍ​ເຝິກ​ໃຫ້​ເຂົາ​ເຈົ້າ​ ໃຫ້​ກາຍ​ເປັນ​ມື​ອາ​ຊີບ ເຊິ່ງສ່ວນ​ໃຫຍ່ພໍ່​ຄົວ​ແມ່​ຄົວ ແມ່ນຈົບ​​ຈາກວິ​ທະ​ຍາ​ໄລ​ປາກ​ປ່າ​ສັກ ແລະບາງ​ພາກສ່ວນ​​ກໍ​ເປັນ​ນັກ​ຮຽນ

ເຮັດໃຫ້ລູກຄ້າຄິດຮອດ ເປັນບ່ອນທຳອິດ

ຮ້ານ​ອາ​ຫານໃນນະຄອນຫລວງວຽງຈັນ  ເກີດຂຶ້ນ​ຢ່າງ​ຫຼວງ​ຫຼາຍປານດອກ​ເຫັດ ໂດຍ​ສະ​ເພາະ​ແມ່ນ ໃນ​ຊຸມ​ຊົນ​ທີ່​ມີ​ຄົນ​​ສັນ​ຈອນ​ໄປ​ມາ​ແລະ​ມີ​ຄວາມ​ຈະ​ເລີນ. ການເຮັດທຸລະກິດປະເພດຮ້ານອາຫານນີ້ ແມ່ນມີການແຂ່ງຂັນກັນສູງ ເກີດຂຶ້ນໃໝ່ຕະຫຼອດເວລາ, ຮ້ານທີ່ຈະສາມາດເຕີບໃຫຍ່ຂະຫຍາຍຕົວຕ້ອງມີຄວາມແຕກຕ່າງຢ່າງຫລວງຫລາຍ.

ທ່ານນາງສິລິການໃຫ້ຮູ້ວ່າ: “ຕອນທຳອິດທີ່ມາເປີດ ບໍ່ຄ່ອຍມີຮ້ານອາຫານປະເພດແນວນີ້ ແຕ່ໃນປັດຈຸບັນນີ້ ມັນກາຍເປັນແຟຊັ່ນໄປແລ້ວ! ລູກຄ້າມີການຖ່າຍຮູບ, ເຊັກອິນ ເປັນຕົ້ນ. ໃນປີແຮກ ທີ່ເຮົາເປີດ ທີມງານການຕະຫຼາດເຮົາບໍ່ຄ່ອຍໄດ້ເຮັດຫຍັງຫຼາຍ ມີແຕ່ການບອກປາກຕໍ່ປາກກັນໄປ ຄົນໜຶ່ງມາເຊັກອິນ ແລ້ວຄົນເຫັນ 100 ກວ່າຄົນ ກໍພາກັນມາ ຖືວ່າໄດ້ກະແສຕອບຮັບທີ່ດີຫຼາຍແຕ່ພວກເຮົາກໍພະຍາຍາມເຮັດໃຫ້ຮ້ານມີແນວໃໝ່ໆຢູ່ເລື້ອຍໆ ພັດທະນາຢູ່ຕະຫຼອດ ເຊັ່ນວ່າ ເພີ່ມເມນູ, ປ່ຽນເມນູໃໝ່ ພະຍາຍາມຕື່ມອິຫຍັງໃໝ່ໆ ຕໍ່ໄປທາງຮ້ານເຮົາຈະຄົບຮອບປີເຄິ່ງໃນການເປີດຮ້ານ ເຮົາກໍປ່ຽນແປງໃໝ່ ບ່ອນຖ່າຍຮູບໃໝ່ ທີ່ເຮັດໃຫ້ລູກຄ້າບໍ່ເບື່ອ”.

ການ​ບໍ​ລິ​ການ​ລູກ​ຄ້າ ​ທາງ​ຮ້ານ​ແມ່ນ​ໄດ້​ນຳ​ໃຊ້​ເຄື່ອງ​ມື​ທັນ​ສະ​ໄໝ​ເຂົ້າ​ມາ​ຊ່ວຍ ເນື່ອງ​ຈາກວ່າ​ ພື້ນທີ່​ຮ້ານ​ມີ​ຂະ​ໜາດ​ໃຫຍ່ ໃນ​ແຕ່​ລະ​ໂຕະ​ໄດ້​ນຳ​ໃຊ້ ປຸ່ມ​ກົດ ໄຮ​ເທັກ ຄື ຖ້າລູກ​ຄ້າ​ຊອກ​ຫາ​ພະ​ນັກ​ງານ​ບໍ​ລິ​ການບໍ່​ເຫັນ ສາ​ມາດ​ກົດ​ປຸ່ມ​ຮຽກ​ເອີ້ນ​ໄດ້ ເຊິ່ງ​ມີ ປຸ່ມ​ສັ່ງ​ອາ​ຫານ, ປຸ່ມ​ຄິດ​ໄລ່​ເງິນ ແລະ​ປຸ່ມ​ຮຽກ​ເອີ້ນ​ພະ​ນັກ​ງານ​ ເປັນ​ຕົ້ນ.

ພິ​ເສດ​ສຸດ​ຈາກ​ທາງ​ຮ້ານ ສຳ​ລັບລູກ​ຄ້າ​ທີ່​ມາ​ຮັບ​ປະ​ທານ​ອາ​ຫານ ເຊັ່ນ ງານ​ວັນ​ເກີດ, ງານ​ສ້າງ​ສັນ… ຖ້າ​ມາ​ເປັນ​ຈຳ​ນວນ​ຫຼາຍ ທາງ​ຮ້ານ​ຈະ​ບໍ່​ຄິດ​ໄລ່​ຄ່າ​ສະ​ຖານ​ທີ່​ແຕ່​ຢ່າງ​ໃດ? ມີແຕ່ໄລ່ຄ່າອາຫານເທົ່ານັ້ນ.

ຂ່າວ​ດີ​ສຳ​ລັບ​ຄົນ​ທີ່​ມັກ​ຄວາມ​ສະ​ດວກ​ສະ​ບາຍ ພຽງ​ປາຍນີ້ວ​ມື ທາງ​ເດ​ທູ​ໄນ ມີ​ເພ​ຈ​ຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ເຟ​ສ​ບຸກ ສາ​ມາດ​ສອບ​ຖາມ​ໄດ້​ທຸກ​ເວ​ລາ ແລະ​ມີ​ຂໍ້​ມູນ​ທາງ​ຮ້ານຢູ່​ໃນ​ແອ໋ບ​ມື​ຖື ເຊັ່ນ ອີສະບາຍ, ທຣິບອະໄວເຊີ. ສຳລັບໃຜທີ່ຖື​ບັດ​ກຸງ​ສີ​ລິດ​ຊິງມາ ທາງ​ຮ້ານ​ຫຼຸດ​ໃຫ້ 10% ໄປ​ເລີຍ ແລະໃນອະນາຄົດນີ້ ຈະມີການຈອຍກັບທາງທະນາຄານການຄ້າຕ່າງປະເທດລາວ ນັ້ນກໍຄື BCEL One ເພື່ອອຳນວຍຄວາມສະດວກໃຫ້ລູກຄ້າຢ່າງວ່ອງໄວທີ່ສຸດ.

ເຮັດກິນຢ່າງໃສ່ໃຈ ຕ້ອງເຮັດໃຈໃສ່ຄົນກິນ

ສຸດທ້າຍ ທ່ານນາງສິລິການ ໄດ້ຝາກຂໍ້​ຄິດ​ເລື່ອງຈຸດຫຼັກຂອງການ​ເຮັດ​ທຸລະ​ກິດ​ຮ້ານ​ອາ​ຫານຄື ໃຫ້ໃສ່ໃຈລູກຄ້າເປັນໜຶ່ງ, ລົດຊາດອາຫານກໍສຳຄັນ ຕ້ອງມີຄວາມສະອາດ ຄ້າຍຄືກັບວ່າເຮົາເຮັດກິນເອງ ທຸກຢ່າງຕ້ອງໃສ່ໃຈລົງໄປໝົດ ແລະການບໍລິການ ກໍຕ້ອງຖືວ່າເປັນຄົນໃນຄອບຄົວ ເໝືອນກັບເຮົາເຊີນຄົນໃນຄອບຄົວດຽວກັນມາກິນເຂົ້າທີ່ເຮືອນຕົນເອງ. ໃນບາງຄັ້ງ ຖ້າການບໍລິການບໍ່ດີລູກຄ້າກໍບໍ່ຢາກມາອີກ ທາງຮ້ານ ກໍຢາກໃຫ້ມາຫາເຮົາເລື້ອຍໆ ໃຫ້ເຂົາຄິດຮອດເຮົາເປັນບ່ອນທຳອິດ.

 “ໃຜທີ່ມີຄວາມຕັ້ງໃຈໃນການເຮັດ ບາງຄົນຢາກເປີດຮ້ານ ເປີດມາແລ້ວກໍຖິ້ມ ຫຼືໃຫ້ຄົນອື່ນເຮັດ ຄິດຢາກເປີດກໍເປີດ ບໍ່ໄດ້ກະກຽມຕົວລ່ວງໜ້າ ຄືກັບຮ້ານເດທູໄນນີ້ ພວກເຮົາກໍສຶກສາກັນລ່ວງໜ້າມາເປັນປີ ກວ່າຈະລົງມືເຮັດ ເພາະວ່າຕ້ອງລົງທຶນຫຼາຍ ເຮົາກໍຕ້ອງໝັ້ນໃຈວ່າເປີດແລ້ວບໍ່ເຈັ້ງ! ຕ້ອງຮູ້ວ່າ ຮ້ານອາຫານເຮົາເປັນແບບໃດ? ເຮັດອາຫານປະເພດໃດ? ແລະກຸ່ມຄົນທີ່ມາຮັບປະທານຢູ່ໃນກຸ່ມໃດ? ຫຼືບາງຄົນເປີດຮ້ານມາແລ້ວ ບໍ່ຮູ້ວ່າຂາຍໃຫ້ໃຜ? ເປີດໄປແລ້ວຈຶ່ງຄ່ອຍວ່າກັນ ເຮົາຕ້ອງຫາຕົວຕົນຂອງເຮົາກ່ອນ ກ່ອນຈະໄປບອກລູກຄ້າວ່າເຮົາເປັນຈັ່ງໃດ? ເຮົາຕ້ອງຫາໃຫ້ໄດ້ວ່າຮ້ານເຮົາເປັນແບບໃດ?”.

ຂໍຂອບໃຈລູກຄ້າທີ່ຍັງໃຫ້ການສະໜັບສະໜູນຮ້ານເຮົາ ຢາກໃຫ້ກັບມາຮັບປະທານອາຫານເຮົາເລື້ອຍໆ ຈມີການປ່ຽນເມນູ, ຕື່ມເມນູໃໝ່ ນຳເອົາຄວາມແປກໃໝ່ມາສູ່ລູກຄ້າຕະຫຼອດ ແລະບໍ່ຢາກໃຫ້ລືມກັນງ່າຍໆ” ທ່ານນາງສິລິການກ່າວ.