ບຸນຫໍ່ເຂົ້າສະຫລາກ ເປັນປະເພນີທີ່ສືບທອດກັນມາຊ້ານານ ຖືວ່າເປັນປາງບຸນໜຶ່ງ ເອີ້ນວ່າບຸນເດືອນສິບ ຫຼື ຮີດທີ 10 ເປັນປະເພນີທີ່ເຊື່ອວ່າ ເກີດຂື້ນ ໃນສະໄໝເຈົ້າສຸລິຍະວົງສາ ມີປະຫວັດຄວາມເປັນມາຕັ້ງແຕ່ສະໄໝພຸດທະການ ເຊິ່ງສະໄໝນັ້ນພະສົງສາມະເນນ ໃນສຳນັກຂອງພະພຸດທະເຈົ້າ ເວລາມີອຸບາສົກອຸບາສິກາ ມາເຮັດບຸນຖວາຍສັງຄະທານໃຫ້ແກ່ພະສົງສ່ວນໃຫຍ່ ເຊິ່ງຊາວພຸດກໍຢາກຖວາຍໃຫ້ແຕ່ພະພຸດທະເຈົ້າ ດ້ວຍເຫດນີ້ ພະພຸດທະອົງຈິ່ງອະນຸຍາດໃຫ້ມີການ ຈົກສະຫລາກເອົາໂດຍວິທີເຮັດກໍຄືໃຫ້ ພໍ່ອອກ-ແມ່ອອກ ຈົກເອົາຊື່ຂອງພະສົງ, ຖືກອົງໃດກໍເອົາເຄື່ອງໄປຖວາຍອົງນັ້ນ ສໍາລັບປີນີ້, ບຸນຫໍ່ເຂົ້າສະຫລາກກົງກັບ ວັນຈັນ ວັນທີ 24 ກັນຍາ ພ.ສ 2561 ແລະ ຄ.ສ 2018.

ບຸນຫໍ່ເຂົ້າສະຫຼາກ ແມ່ນຮີດຄອງປະເພນີ ທີ່ພໍ່ແມ່ປະຊາຊົນລາວຊາວພຸດ ພວກເຮົາເຄີຍປະພຶດປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້, ແນວໃດກໍດີ ເພື່ອເປັນການອະນຸລັກຮັກສາ ແລະ ສືບທອດມູນເຊື້ອວັດທະນະທຳອັນດີງາມ ດັ່ງກ່າວນີ້ິໄວ້ໃຫ້ຢູ່ຄູ່ກັບຊາດລາວ, ຄົນລາວຕະຫຼອດໄປ ແລະ ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນຄົນ ຮຸ່ນໝຸ່ມຈົ່ງພ້ອມກັນເອົາໃຈໃສ່ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມດັ່ງກ່າວນີ້ສືບຕໍ່ໄປ.

ທີ່ມາຂອງບຸນເຂົ້າສະຫຼາກນັ້ນ, ມີທີ່ມາດັ່ງນີ້:

ນິທານກ່າວໄວ້ວ່າ: ມີຄູ່ຜົວເມຍໜຶ່ງແຕ່ງງານກັນມາຫຼາຍຟ້າຫຼາຍປີ ກໍ່ບໍ່ມີລູກ. ຜູ້ເປັນຜົວຈຶ່ງເປິກສາທາງຄອບຄົວ ແລະ ເມຍຂອງຕົນ ເພາະຢາກໄດ້ຜູ້ສືບຕະກູນ. ທຸກຄົນຈິ່ງຕົກລົງເຫັນດີກັນວ່າ ຈະຫາເມຍໃຫ້ຜູ້ເປັນຜົວອີກ ເພື່ອຈະໄດ້ລູກ ເປັນຜູ້ສືບໜໍ່ແທນແນວ. ຍ້ອນຄວາມກັງວົນ ແລະ ຢ້ານເມຍນ້ອຍ ມີສິດເໜືອຕົນເອງ, ຜູ້ເປັນເມຍຫຼວງຈຶ່ງຂານອາສາ ເປັນຜູ້ໄປຊອກຫາເມຍນ້ອຍໃຫ້ຜົວ. ພາຍຫຼັງໄດ້ຄົນຖືກໃຈ ຕາມທີ່ຜົວຕ້ອງການແລ້ວ ຜູ້ເປັນເມຍຫຼວງກໍ່ໄດ້ນຳເອົາເມຍນ້ອຍຂຶ້ນຢ້າວຂຶ້ນເຮືອນຕາມຮີດຄອງປະເພນີ. ເມຍຫຼວງໄດ້ບອກກັບເມຍນ້ອຍວ່າ ຖ້າມີຫຍັງເກີດຂຶ້ນຕ້ອງໃຫ້ລາຍງານແກ່ນາງ ໂດຍສະເພາະ ຖ້າຕັ້ງຄັນຕ້ອງໄດ້ບອກ ເພາະຈະໄດ້ເອົາໃຈໃສ່ນຳກັນ ເນື່ອງຈາກວ່າຜູ້ເປັນຜົວນັ້ນຢາກໄດ້ລູກແທ້ໆ.

ຢູ່ມາບໍ່ດົນ, ເມຍນ້ອຍກໍ່ຕັ້ງຄັນ. ລາວຈິ່ງຟ້າວໄປບອກເມຍຫຼວງ. ເມຍຫຼວງໄດ້ຍິນຂ່າວແນວນັ້ນກໍ່ຕົກໃຈ ແລະ ຢ້ານລື່ນ ອິດສາເມຍນ້ອຍ ຈິ່ງວາງອຸບາຍ ເອົາຢາລຸລູກໃຫ້ເມຍນ້ອຍກິນ ໂດຍບອກວ່າເປັນຢາບຳລຸງ. ພາຍຫຼັງກິນຢານັ້ນແລ້ວ, ເມຍນ້ອຍກໍ່ລຸລູກ. ຕໍ່ມາເມື່ອເມຍນ້ອຍຕັ່ງຄັນອີກ, ກໍ່ໄປບອກເມຍຫຼວງໃຫ້ຮູ້. ນາງເມຍຫຼວງກໍ່ວາງຢາຈົນລຸລູກອີກຄັ້ງ. ຈົນຮອດຄັ້ງທີ່ສາມ, ເມຍນ້ອຍບໍ່ບອກ ແຕ່ເມຍຫຼວງຮູ້ ຕອນໃກ້ຈະເກີດ, ນາງຈິງຫາອຸບາຍວາງຢາອີກ ຈົນເຮັດໃຫ້ທັງແມ່ແລະລູກຕາຍໄປນຳກັນ. ແຕ່ກ່ອນຈະຕາຍ, ເມຍນ້ອຍໄດ້ສາບແຊ່ງ ຂໍຈອງເວນຈອງກຳ ເພື່ອຂ້າລູກຂອງເມຍລູກໃນຊາດຕໍ່ໆໄປ. ພາຍຫຼັງຕາຍແລ້ວ ເມຍນ້ອຍກໍ່ເກີດເປັນແມວທີ່ເຮືອນນັ້ນແລ.

ຫຼັງຈາກຮູ້ວ່າເມຍຫຼວງເປັນຄົນວາງຢາຂ້າເມຍນ້ອຍ ແລະ ລູກຂອງຕົນ, ຜູ້ເປັນຜົວແຄ້ນແຮງ ຈຶ່ງລົງທັນຂ້ຽນເມຍຫຼວງຈົນຕາຍ ແລະ ໄດ້ເກີດມາເປັນໄກ່ແມ່ຢູ່ເຮືອນນັ້ນອີກ. ເມື່ອເວລາຕໍ່ມາ, ໄກ່ແມ່ຕົວດັ່ງກ່າວອອກໄຂ່ ກຽມຈະຟັກ, ແມວກໍ່ມາລັກກິນໄຂ່ຈົນໝົດ ສອງຄັ້ງ ແລະ ຄັ້ງທີສາມ ແມວກໍ່ກິນທັງໄຂ່ ແລະ ແມ່ໄກ່. ກ່ອນຈະຕາຍແມ່ໄກ່ກໍ່ສາບແຊ່ງຈອງເວນແມວຕົວນັ້ນ. ຈາກນັ້ນ, ໄກ່ແມ່ກໍ່ຕາຍໄປເປັນເສືອ. ສ່ວນແມວກໍ່ຕາຍໄປເປັນກວາງ.

ແມ່ກວາງໄດ້ອອກລູກມາສອງຄັ້ງ, ກໍ່ຖືກເສືອເອົາໄປກິນອີກ ແລະ ຮອດເທື່ອທີສາມເສືອກໍ່ກິນທັງແມ່ທັງລູກ.

ຈົນມາຮອດຊາດຕໍ່ມາ, ກວາງໄດ້ເກີດມາເປັນນາງຍັກຂີນີ ແລະ ເສືອໄດ້ເກີດມາເປັນຍິງສາວ. ເມື່ອຍິງສາວນັ້ນໃຫຍ່ກ້າໜ້າບານ ແລະ ແຕ່ງງານ. ເມື່ອເວລາໄດ້ລູກຄົນທຳອິດ ແລ ຄົນທີສອງ ກໍ່ຖືກນາງຍັກ ມາລັກເອົາໄປກິນ. ຈົນຮອດຜູ້ທີສາມ, ນາງຈິງຊວນຜົວໜີໄປເກີດລູກຢູ່ບ່ອນອື່ນ. ເມືອຫຼີກໜີຈາກຍັກໄດ້, ໄປເກີດລູກຈົນໃຫຍ່ຂຶ້ນມາ. ນາງສາວຄົນນັ້ນໄດ້ຊວນຜົວກັບມາຢາມບ້ານ. ພໍມາຮອດກາງທາງຍ້ອນຄວາມອິດເມື່ອຍແລະຮ້ອນ, ສອງຜົວເມຍຈຶ່ງຕັດສິນໃຈຢຸດພັກແຖວໜອງນ້ຳ ແລະ ຜັດປ່ຽນກັນ ເບິ່ງລູກ ແລະ ອີກຄົນກໍ່ໄປອາບນ້ຳ. ທັນໃດນັ້ນ, ນາງຍັກກໍ່ມາພົບ ສອງຜົວເມຍຈິ່ງຟ້າວຫອບລູກແລ່ນໜີ, ນາງຍັກກໍ່ໄລ່ຕາມ. ທັງສອງຜົວເມຍຈິ່ງແລ່ນເຂົ້າໄປສະຖານທີ່ບຳເພັນທຳ ຂອງພະສຳມາສຳພຸດທະເຈົ້າ. ຍ້ອນອິດທິເດດແຫ່ງພະທຳ, ນາງຍັກຈິ່ງບໍ່ກ້າເຂົ້າຕາມໄປ. ໃນເມື່ອພະພຸດທະເຈົ້າຊົງຮັບຮູ້ເລື່ອງລາວ, ຈິ່ງໄດ້ໃຫ້ພະອານົນ ໄປຮຽກເອີ້ນເອົານາງຍັກເຂົ້າມາ ເພື່ອຈະໄດ້ໃຫ້ທຳເປັນທານ.

ພະອົງກ່າວວ່າພວກເຈົ້າທັງສອງມີກຳມາແຕ່ຊາດປາງຫຼັງ. ເຈົ້າເຄີຍຂ້າລູກຂອງເຂົາມາກ່ອນ ແລະ ຜັດປ່ຽນກັນຂ້າກັນມາໄດ້/ສາມຊາດແລ້ວ ກຳຍ່ອມລະງັບໂດຍການບໍ່ຈອງກຳກັນຕໍ່ໄປ ແລະເມື່ອໄດ້ຮັບຄຳເທດສະໜາຂອງພະພຸດທະເຈົ້າ. ນາງຍັກ ແລະ ຍິງນັ້ນ ຈຶ່ງໄດ້ຮັບເອົາຄຳສັ່ງສອນ ແລະ ນຳໄປປະຕິບັດ. ເຊິ່ງສອງຜົວເມຍໄດ້ຕົກລົງສ້າງເຮືອນຫໍຜີ ໃຫ້ກັບນາງຍັກ ຢູ່ທີ່ຖຽງນາຕົນເອງ (ແລະຕໍ່ມາຄົນຮຽກວ່າ ຫໍຜີຕານີ). ເພາະນາງຍັກແມ່ນມີອິດທິລິດ ແລະ ສາມາຮັບຮູ້ເລື່ອງນ້ຳຟ້ານ້ຳຝົນລ່ວງໜ້າ ຈຶ່ງໄດ້ຊ່ວຍແຈ້ງໃຫ້ທາງສອງຜົວເມຍຮູ້ວ່າ ເວລາທີ່ປີໃດນ້ຳມາຫຼາຍ ກໍໃຫ້ໄປເຮັດນາທີ່ໂນນ, ເວລາປີໃດນ້ຳຝົນມາໜ້ອຍ ກໍໃຫ້ເຮັດນາເຂດໜອງນ້ຳ. ຈາກການຊ່ວຍເຫຼືອຂອງນາງຍັກ, ຈຶ່ງເຮັດໃຫ້ທັງສອງຜົວເມຍ ມີເຂົ້ານ້ຳຫຼາຍໃນແຕ່ລະປີ ແລະ ທັງສອງກໍໄດ້ລ້ຽງດູນາງຍັກ ເປັນຢ່າງດີ. ບັນດາຊາວບ້ານຮູ້ຂ່າວແນວນັ້ນ, ກໍ່ພາກັນມາ ກາບໄຫວ້ບູຊາ ເພື່ອໃຫ້ນາງຍັກຊ່ວຍເລື່ອງນ້ຳຟ້ານ້ຳຝົນ. ໃນເມື່ອຊາວບ້ານຕ່າງກໍ່ໄດ້ຮັບການຊ່ວຍເຫຼືອ ຈາກນາງຍັກ, ຈຶ່ງໄດ້ພາກັນ ນຳເອົາເຂົ້າປາອາຫານ ໃສ່ກວາຍມາຖວາຍ ບໍ່ຂາດສາຍ. ເຮັດໃຫ້ນາງຍັກມີເຂົ້າປາອາຫານມາກມາຍໃນແຕ່ລະວັນ, ດັ່ງນັ້ນ, ນາງຍັກຈຶ່ງໄດ້ແບ່ງປັນເຂົ້າປາອາຫານ ແລະ ຂອງທານເຫຼົ່ານັ້ນ ແຕ່ພະພິກຂຸສົງ ທີ່ກາຍມາບ້ານຂອງນາງຍັກທຸກວັນ. ໂດຍໃຜມາກ່ອນກໍໄດ້ ເຂົ້າປາອາຫານ ຫໍ່ທຳອິດ ແລະ ຕໍ່ໆກັນໄປ. ແລະບາງຄັ້ງ ມີພະພິກຂຸມາຫຼາຍ ນາງຍັກກໍ່ເຮັດ ການຈົກສະຫຼາກມອບເຂົ້າປາອາຫານແລະເຄື່ອງຂອງເຫຼົ່ານັ້ນແກ່ພະພິກຂຸສົງທັງຫຼາຍ. ການກະທຳເຊັ່ນນີ້, ຈິ່ງຖືກສືບທອດມາເປັນ ບຸນຫໍ່ເຂົ້າສະຫຼາກ ຈົນເທົ້າທຸກວັນນີ້ແລ!

ສ່ວນປະກອບໃນກວາຍເຂົ້າສະຫຼາກປະກອບມີ: ຂ່າ, ຂີງ, ຫົວສີໄຄ, ອ້ອຍ, ຫມາກບົກ, ຖົ່ວດິນ, ປາ, ຊີ້ນແຫ້ງ, ຫມາກນຳ້, ເຜືອກ, ຫມາກອຶ, ມັນດ້າງ, ເຄື່ອງຄຳຫມາກ, ເຂົ້າເປືອກ, ເຂົ້າຕອກແຕກ,ຫມາກກ້ວຍ, ຫົວກອຍ, ຫມາກເຄັງ, ຫມາກສີດາ, ຫມາກສົ້ມມໍ, ຫມາກຂ້າມປ້ອມ, ຫມາກຈັບ.

ໃນເວລາທີ່ອອກຕົນຍາດໂຍມເອົາກວາຍເຂົ້າສະຫຼາກໄປຖະຫວາຍພຣະສົງສຳມະເນນນັ້ນ, ຈະມີການຂຽນຊື່ຜູ້ຕາຍໃສ່ນ້ຳດ້ວຍ, ພ້ອມດ້ວຍຈົກສະຫຼາກວ່າອົງໃດຈະໄດ້ຮັບກວາຍໃດ?.

ສຸດທ້າຍ, ເມື່ອຕອນທີ່ພຣະສົງສຳມະເນນຂຶ້ນໄຫວ້ພຣະສູດມົນແລ້ວ ຈະມີການອຸທິດບຸກຸສົນໄປຫາຜູ້ທີ່ລ່ວງລັບໄປແລ້ວ ຕາມລາຍຊື່ທີ່ຕິດມາກັບກວາຍສະຫຼາກນັ້ນໆ ທີ່ຕົນໄດ້ຮັບ.

ສະ​ຖານ​ທີ່: ວັດ​ປ່າ​ໜອງ​ບົວ​ທອງ​ໃຕ້​ແລະ​ວັດ​ສີ​ຊົມ​ຊື່ນ (ໜືອ)
Cr: http://tholakhong.blogspot.com/2014/09/blog-post_7.html

LEAVE A REPLY

Please enter your comment!
Please enter your name here